ວົງ​ການ​ແພດ​ສາດ​ບັນ​ດາ​ປະ​ເທດ ຕັ້ງ​ໜ້າ​ຄົ້ນ​ຄວ້າ​ມາດ​ຕະ​ການ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັດ SARS-CoV-2

(VOVWORLD) -ອີຣານ ກໍປະກາດວ່າ ຈະຜະລິດອຸປະກອນການແພດປະເພດຕ່າງໆດ້ວຍຕົນເອງ ເຊິ່ງໄດ້ພັດທະນາກ່ອນໜ້ານັ້ນ ເພື່ອຮັບມືກັບໂລກລະບາດໂຄວິດ - 19.
ວົງ​ການ​ແພດ​ສາດ​ບັນ​ດາ​ປະ​ເທດ ຕັ້ງ​ໜ້າ​ຄົ້ນ​ຄວ້າ​ມາດ​ຕະ​ການ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັດ SARS-CoV-2 - ảnh 1ແພດໝໍ ອີຕາລີ ລະດົມກໍາລັງໃຈຜູ້ຕິດເຊື້ອພະຍາດ (ພາບ: AFP/TTXVN)

ວົງການແພດສາດຢູ່ພາກເໜືອ ປະເທດ ອີຕາລີ ໄດ້ເລີ່ມດຳເນີນການວິໄຈເລືອດບັນດາພະນັກງານແພດໝໍ ເພື່ອແນໃສ່ຊອກຫາພູມຕ້ານທານຂອງຮ່າງກາຍທີ່ສາມາດຊ່ວຍໃຫ້ບຸກຄົນເຫຼົ່ານັ້ນ ບໍ່ຖືກຕິດເຊື້ອໄວຣັດ SARS-CoV-2.ຈຸດປະສົງຂອງການກະທຳດັ່ງກ່າວ ແມ່ນເພື່ອຊອກຫາບຸກຄົນທີ່ ມີພູມຕ້ານທານກັບເຊື້ອໄວຣັດດັ່ງກ່າວ, ຈາກນັ້ນ ອະນຸຍາດໃຫ້ເຂົາເຈົ້າກັບມາເຮັດວຽກຕໍ່.

ໄປຄຽງຄູ່ກັນນັ້ນ, ຢູ່ ອີຕາລີ, ອາເມລິກາ ກໍໄດ້ເລີ່ມເຄື່ອນໄຫວບັ້ນເຄື່ອນໄຫວວິໄຈເລືອດ ເພື່ອຊອກຫາບຸກຄົນທີ່ມີພູມຕ້ານທານກັບເຊື້ອໄວຣັດ SARS-CoV-2 ເຊັ່ນດຽວກັນ.

ຢູ່ລັດເຊຍ, ອົງການສາທາລະນະສຸກ - ຊີວະ ແຫ່ງສະຫະພັນລັດເຊຍ (FMBA) ກໍ່ໄດ້ເລີ່ມດຳເນີນການວິໄຈຄັດກອງ ປຽບທຽບກັບຢາບາງຊະນິດ ເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໄວຣັດດັ່ງກ່າວ.

ໃນວັນດຽວກັນ, ອີຣານ ກໍປະກາດວ່າ ຈະຜະລິດອຸປະກອນການແພດປະເພດຕ່າງໆດ້ວຍຕົນເອງ ເຊິ່ງໄດ້ພັດທະນາກ່ອນໜ້ານັ້ນ ເພື່ອຮັບມືກັບໂລກລະບາດໂຄວິດ - 19. ບັນດາອຸປະກອນລຸ້ນໃໝ່ນີ້ ສາມາດແຈ້ງຜົນ ວິໄຈພາຍຫຼັງ 20 ນາທີ ແລະ ສາມາດກວດຫາເຊື້ອໄວຣັດບາງຊະນິດອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ