ວົງ​ຄະ​ນະ​ຍາດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ

(VOVWORLD) -ຕອນບ່າຍວັນທີ 9 ຕຸລາ ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານກອງປະຊຸມກວດກາຄືນຄວາມຄືບໜ້າກະກຽມໃຫ້ແກ່ລາຍການໂທລະພາບ ແລະ ກະຈາຍສຽງສົດ ດ້ວຍຫົວຂໍ້ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020, ເຊິ່ງຄາດວ່າຈະດຳເນີນໃນເວລາ 20 ໂມງ ຂອງວັນທີ 17 ຕຸລາ.
ວົງ​ຄະ​ນະ​ຍາດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ (ພາບ: daidoanket.vn) 

ມາຮອດປັດຈຸບັນ, ມີ 54 ຫົວໜ່ວຍ, ໝູ່ຄະນະ ແລະ ສ່ວນບຸກຄົນໄດ້ໃຫ້ການຊ່ວຍເຫຼືອ ແລະ ລົງທະບຽນຊ່ວຍເຫຼືອ ເປັນເງິນກວ່າ 467 ຕື້ ດົ່ງ. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ຮອດວັນທີ 17 ຕຸລາ  ຈະສືບຕໍ່ໄດ້ຮັບບັນດາແຫຼ່ງກຳລັງເຂົ້າຮ່ວມສະໜັບສະໜູນກອງທຶນ ເພື່ອຄົນທຸກຍາກ ແລະ ການຊ່ວຍໜູນສັງຄົມໄດ້ຫຼາຍກວ່່ານີ້ຕື່ມອີກ, ດ້ວຍຄວາມຫວັງວ່າ ບັນດາການປະກອບສ່ວນດັ່ງກ່າວ ຈະສືບຕໍ່ໜູນຊ່ວຍຄົນທຸກຍາກຢູ່ທຸກເຂດພາກໃນທົ່ວປະເທດ, ແກ້ໄຂຄວາມທຸກຍາກ, ໂດຍສະເພາະແມ່ນໃນປີ 2020 ແມ່ນປີທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19”.

        ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ການເບິ່ງແຍງດູແລໃຫ້ຄົນທຸກຍາກ ແມ່ນຄວາມຮັບຜິດຊອບຂອງ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ. ເພາະສະນັ້ນ, ການຈັດຕັ້ງສຳເລັດລາຍການທີ່ມີຄວາມໝາຍນີ້ ຈະປະກອບສ່ວນສ້າງກຳລັງແຜ່ຂະຫຍາຍ, ລະດົມທຸກແຫຼ່ງກຳລັງໃນສັງຄົມຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ