ວົງ​ເງິນ​ການ​ຄ້າລະ​ຫວ່າງ ຫວຽດ​ນາມ - ໄທ​ ເພີ່ມ​ຂຶ້ນ 20%

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຈຸຣິນ ລັກສະນະວິສິດ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາບັນຫາດ້ານເຕັກນິກໃນການສົ່ງອອກ, ນຳເຂົ້າລະຫວ່າງສອງປະເທດເພື່ອແນໃສ່ສູ້ຊົນໃຫ້ນຳວົງເງິນການຄ້າສອງຝ່າຍບັນລຸໄດ້ 25 ຕື້ USD ໃນປີ 2025,
ວົງ​ເງິນ​ການ​ຄ້າລະ​ຫວ່າງ ຫວຽດ​ນາມ - ໄທ​ ເພີ່ມ​ຂຶ້ນ 20% - ảnh 1ທ່ານຮອງນາຍົກລັດຖະມົນຕີ ໄທ ຈຸຣິນ ລັກສະນະວິສິດ ແລະ ທ່ານ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ

ວັນທີ 7 ມິຖຸນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າ ໄທ ຈຸຣິນ ລັກສະນະວິສິດ ໃຫ້ຮູ້ວ່າການຮ່ວມມືໃນຂົງເຂດ ເສດຖະກິດ  - ການຄ້າ - ການລົງທຶນ ລະຫວ່າງ ສອງປະເທດພວມນັບມື້ນັບພັດທະນາ, ຊຶ່ງສະແດງໃຫ້ເຫັນຜ່ານເລື່ອງວົງເງິນການຄ້າສອງຝ່າຍໃນ 4 ເດືອນຕົ້ນປີ 2021 ໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ທ່ານຮອງນາຍົກລັດຖະມົນຕີ ຈຸຣິນ ລັກສະນະວິສິດ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາບັນຫາດ້ານເຕັກນິກໃນການສົ່ງອອກ, ນຳເຂົ້າລະຫວ່າງສອງປະເທດເພື່ອແນໃສ່ສູ້ຊົນໃຫ້ນຳວົງເງິນການຄ້າສອງຝ່າຍບັນລຸໄດ້ 25 ຕື້ USD ໃນປີ 2025, ທ່ານກໍ່ເຫັນດີເປັນເອກະພາບຈະຊຸກຍູ້ການຈັດຕັ້ງຄະນະກຳມະການປະສົມການຄ້າ ຫວຽດນາມ - ໄທໂດຍໄວໂດຍລັດຖະມົນຕີການຄ້າສອງປະເທດເປັນປະທານຮ່ວມ. ທ່ານຮອງນາຍົກລັດຖະມົນຕີໄດ້ຢັ້ງຢືນຄວາມປາດຖະໜາກຢາກຊຸກຍູ້ການພົວພັນທີ່ໃກ້ຊິດໜິດສະໜິດແໜ້ນກັບ ຫວຽດນາມ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ໄທ ແລະຫວຽດນາມ ໃຫ້ຫຼາຍກ່ວາອີກ.

ນັກຂ່າວ VOV ປະຈຳໄທ

ຕອບກັບ

ຂ່າວ/ບົດ​ອື່ນ