ວົງເງິນສົ່ງອອກສິນໃນນ້ຳປີ 2014 ສາມາດບັນລຸ 7,9 ຕື້ USD

ວົງເງິນສົ່ງອອກສິນໃນນ້ຳປີ 2014 ສາມາດບັນລຸ 7,9 ຕື້ USD - ảnh 1
(ພາບປະກອບ)

(vovworld) – ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ປີ 2014 ສາມາດ​ບັນລຸ 7,9 ຕື້ USD, ດ້ວຍ​ໝາກຜົນ​ດັ່ງກ່າວ, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ປີ 2014 ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນກວ່າ 18% ​ເມື່ອທຽບ​ໃສ່​ປີ 2013. ​ເພື່ອບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ​ແມ່ນ​ຍ້ອນຫວຽດນາມ ຮັກສາ​ທ່າ​ເຕີບ​ໂຕ​ຂອງ​ບັນດາ​ຜະລິດ​ຕະພັນ​​ສິນ​ໃນ​ນ້ຳ​ສົ່ງ​ອອກຄື: ກຸ້ງ ​ແລະ ປາຈາຢ່າງ​ແຮງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕ໋າມ ຖື​ວ່າ​, ດ້ວຍ​ທ່າ​ເຕີບ​ໂຕ​ຄື​ປະຈຸ​ບັນ, ປີ 2015 ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ຫວຽດນາມ ຈະ​ບັນລຸ 8 ຕື້ USD, ​​​ເຊິ່ງ​ແມ່ນຍຸດ​ທະ​ສາດ​ພັດທະນາ​ສິນ​ໃນ​ນ້ຳ​ທີ່​ໄດ້​ວາງ​ອອກ​ຮອດ​ປີ 2020.
ຂ່າວ/ບົດ​ອື່ນ