ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

(VOVWORLD) -ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍ ໃຫ້ ຊາວຫວຽດນາມ ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.

ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ - ảnh 1ພະອາຈານໃຫຍ່ ທິກມິງກວາງ (ພາບ: VOV)

ນັບແຕ່ຮຸ່ງເຊົ້າ, ສາສະນິກກະຊົນ, ພໍ່ແມ່ປະຊາຊົນ ເປັນຈຳນວນຫຼວງຫຼາຍໄດ້ມີໜ້າໃນບໍລິເວນຂອງວັດ ເພື່ອເຂົ້າຮ່ວມພິທີສວດມົນພາວະນາຂໍໃຫ້ມີຄວາມສະຫງົບສຸກ ໂດຍພະອາຈານໃຫຍ່ ທິກມິງກວາງ ເປັນເຈົ້າພາບ. ພິທີສວດມົນພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ມີສຸຂະພາບທີ່ເຂັ້ມແຂງ, ມີຄວາມສຸກ, ມີຄວາມມຸ່ງຫວັງພັດທະນາ ແລະ ມີຄວາມສະດວກຍາມຕົ້ນປີ ໃໝ່.

ເນື່ອງໃນເຫດການນີ້, ຜູ້ຕາງໜ້າວັດເຟິດຕິກ ຢູ່ລາວ ພ້ອມກັບຜູ້ໃຈບຸນໃຈກຸສົນ ໄດ້ມອບຂອງຂວັນ 150 ພູດລວມມູນຄ່າ 30 ລ້ານກິບ ໃຫ້ແກ່ພໍ່ແມ່ປະຊາຊົນຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງວຽງຈັນ ເພື່ອແບ່ງປັນ ແລະ ລະດົມກຳລັງໃຈພໍ່ແມ່ປະຊາຊົນໃນການດຳລົງຊີວິດຍາມຕົ້ນປີໃໝ່.

ເຈິ່ນຕວັນ, ດັ້ງຖຸ່ຍ - ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ