ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ວິ​ທະ​ຍຸກະ​ຈາຍ​ສຽງ​ແຫ່ງ​ຊາດ ບຸນ​ກາ​ຣີ ເຊັນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື

(VOVWORLD) - ທ່ານ ໂດຕຽນຊີ ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ບຸນກາຣີ ມີການພົວພັນມາແຕ່ດົນນານ ດ້ວຍຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມແຕ່ປີ 2008. 
ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ວິ​ທະ​ຍຸກະ​ຈາຍ​ສຽງ​ແຫ່ງ​ຊາດ ບຸນ​ກາ​ຣີ ເຊັນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື - ảnh 1ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ພິທີ 

ຂໍ້ຕົກລົງຮ່ວມມືໄລຍະໃໝ່ລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດ ບຸນກາຮີ (BNR) ຈະແມ່ນພື້ນຖານສຳຄັນເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍບັນລຸຜົນສຳເລັດໃຫຍ່, ແທດຈິງ ແລະ ມີປະສິດທິຜົນ. ນີ້ແມ່ນການຢັ້ງຢືນຂອງທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ພ້ອມກັບທ່ານ Milen Mitev ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ແຫ່ງຊາດ ບຸນກາຣີ,  ຢູ່ພິທີເຊັນຂໍ້ຕົກລົງການຮ່ວມມືລະຫວ່າງສອງວິທະຍຸທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 26 ມີນາຢູ່ ຮ່າໂນ້ຍ. ໂດຍມີການເປັນສັກຂີພິຍານຂອງທ່ານ Pavlin Todorov ເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ.         ກ່າວຄຳເຫັນທີ່ພິທີ, ທ່ານ ໂດຕຽນຊີ ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ບຸນກາຣີ ມີການພົວພັນມາແຕ່ດົນນານ ດ້ວຍຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມແຕ່ປີ 2008. ທ່ານໃຫ້ຮູ້ວ່າ:

ການແລກປ່ຽນຂໍ້ມູນ ລະຫວ່າງສອງວິທະຍຸ ມີຄວາມຈຳເປັນທີ່ສຸດ. ໃນໄລຍະຈະມາເຖິງ, ພວກເຮົາອາດຈະສົມທົບກັນ ເພື່ອບຳລຸງສ້າງວິຊາການ, ໜູນຊ່ວຍກັນດ້ານເຕັກນິກ, ພ້ອມກັບໃຫ້ຄຳປຶກສາບັນດາບັນຫາສື່ມວນຊົນໃໝ່. ພວກເຮົາເຊື່ອໝັ້ນວ່າ ດ້ວຍການສົມທົບກັນລະຫວ່າງສອງວິທະຍຸ ໃນໄລຍະຈະມາເຖິງ ຈະນັບມື້ນັບມີຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າໃຈແຈ້ງກ່ວາກ່ຽວກັບປະເທດ ບຸນກາຣີ. ຜ່ານພວກເພື່ອນ, ຈະມີທ່ານຜູ້ຟັງ ຮູ້ຈັກເຖິງ ປະເທດຂອງພວກຂ້າພະເຈົ້າຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ