ວິທະຍຸກະຈາຍສຽງຫວຽດນາມ ເປີດຕົວຊ່ອງໂທລະພາບສະເພາະກ່ຽວກັບວັດທະນະທໍາ - ການທ່ອງທ່ຽວ

(VOVWORLD) -ການສ້າງຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey ແມ່ນເພື່ອແນໃສ່ຜັນຂະຫຍາຍການກໍ່ສ້າງ ແລະ ພັດທະນາວັດທະນະທໍາ, ຊາວຫວຽດນາມ ໃຫ້ມີປະສິດທິຜົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ; ພັດທະນາ ການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ
ວິທະຍຸກະຈາຍສຽງຫວຽດນາມ ເປີດຕົວຊ່ອງໂທລະພາບສະເພາະກ່ຽວກັບວັດທະນະທໍາ - ການທ່ອງທ່ຽວ - ảnh 1ບັນດາຜູ້ແທນຖ່າຍຮູບທີ່ພິທີເປີດຕົວຊ່ອງໂທລະພາບ Vietnam Journey

ຕອນຄໍ່າວັນທີ 5 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທໍາ-ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຕັ້ງພິທີເປີດຕົວຊ່ອງໂທລະພາບສະເພາະວັດທະນະທໍາ - ທ່ອງທ່ຽວ (Vietnam Journey). ທີ່ພິທີ, ທ່ານ ຫງວຽນເທ໊ກີ໋, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ການສ້າງຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey ແມ່ນເພື່ອແນໃສ່ຜັນຂະຫຍາຍການກໍ່ສ້າງ ແລະ ພັດທະນາວັດທະນະທໍາ, ຊາວຫວຽດນາມ ໃຫ້ມີປະສິດທິຜົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ; ພັດທະນາ ການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຍູ້ແຮງວຽກງານໂຄສະນາ,ເຜີຍແຜ່ຄວາມຮູ້ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະທໍາ, ການທ່ອງທ່ຽວໃນສັງຄົມ.

        ຊ່ອງໂທລະພາບສະເພາະກ່ຽວກັບວັດທະນະທໍາ - ທ່ອງທ່ຽວ Vietnam Journey ແມ່ນຊ່ອງໂທລະພາບໝູນໃຊ້ເຕັກໂນໂລຢີຖ່າຍທອດສົດຈາກຫຼາຍຈຸດ, ຫຼາຍພື້ນຖານ ທໍາອິດຢູ່ຫວຽດນາມ.  ແຕ່ວັນທີ 1 ທັນວາ 2018, Vietnam Journey ອອກອາກາດ ຢ່າງເປັນທາງການ ຕາມຄື້ນມາດຕະຖານ HD ແລະ ສາຍຕະຫຼອດ 24 ຊົ່ວໂມງ ໃນທັງໝົດທຸກຊ່ອງໂທລະພາບຄື VTV Cab, SCTV, KTS VTC, Mobi TV, FPT, My TV, Next Media. ໃນຊ່ອງໂທລະພາບ Vietnam Journey ມີບັນດາລາຍການພົ້ນເດັ່ນຄື ຫວຽດນາມ - ຄວາມງາມທີ່ເປັນອໍາມະຕະ, ບັນຍາກາດວັດທະນະທໍາຫວຽດນາມ ແລະ ອື່ນໆອີກຫຼາຍລາຍການ.

ຕອບກັບ

ຂ່າວ/ບົດ​ອື່ນ