ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການສຶກສາ,ກໍ່ສ້າງໃນຕຳຫຼວດປະຊາຊົນ

ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການສຶກສາ,ກໍ່ສ້າງໃນຕຳຫຼວດປະຊາຊົນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ)

(vovworld) –​​ ໃນ​ຕອນ​ເຊົ້າ ​ວັນ​ທີ 24/6, ກະ​ຊວງ​ຕຳຫຼວດ ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ ຄົບ​ຮອບ 70 ປີ (25/6/1946-25/6/2016)  ແລະ ມອບ​ຮັບ​ຫຼຽນ​ໄຊວິ​ລະ​ກຳ​ຊັ້ນ​ໜຶ່ງ ຢ່າງ​ສົມ​ກຽດ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້ມອບ​​​ໝາຍໜ້າ​ທີ່​ ດ້ວຍ​​ທີ່​ຕັ້ງ​ບາດ​ເປັນ​ສູນກໍ່​ສ້າງ ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແຖວ​ໜ້າ, ຮັກ​ສາ​ບົດ​ບາດ​​ສຳ​ຄັນ​ ໃນ​ການ​ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ທີ່​ມີ​ຄຸນ​ນະ​ພາບ​ສູງ ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ, ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ​ຕ້ອງ​ສືບ​ຕໍ່​ຊາບ​ຊືມ​ຢ່າງ​ເລິກ​ເຊິ່ງ, ປະ​ຕິ​ບັດ​ ​ບັນ​ດາ​ແຜນ​​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ການ​ສຶກ​ສາ, ກໍ່​ສ້າງ ຢ່າງເຂັ້ມ​ງວດ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີວ່າ:

        “ວິ​ທະ​ຍາ​ຄານ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ບຳ​ລຸງ, ພັດ​ທະ​ນາ​ຖັນ​ແຖວ​ຄູ​ອາ​ຈານ, ນັກ​ຄົ້ນ​ຄວ້າ​ ຂອງ​​ວິ​ທະ​ຍາ​ຄານ, ນີ້​ແມ່ນ​ກຳ​ລັງ​ແກ່ນ​ສານ, ​ຕັດ​ສິນ​ ວຽກ​ງານ​ວິ​ຊາ​ສະ​ເພາະ ກໍ່​ຄື​ຄຸ​ນ​ນະ​ພາບ​ການ​ສຶກ​ສາ ແລະ ກໍ່ສ້າງ​ຂອງ​​ວິ​ທະ​ຍາ​ຄານ. ຖື​ເປັນ​ສຳ​ຄັນ​ວຽກ​ງານ​ຄຸ້ມ​ຄອງ, ການ​ຝຶກ​ຜົນຫຼໍ່ຫຼອມການ​ສຶກ​ສາ​ນັກ​ສຳ​ມະ​ນາ​ກອນ, ໃຫ້ມີ​ຄຸນ​ສົມ​ບັດ​ ​ດ້ານ​ການ​ເມືອງ​ຢ່າງໜັກ​ແໜ້ນ, ​ເດັດ​ດ່ຽວຈ​ົງ​ຮັກ​ພັກ​ດີ ຕໍ່​ພັກ, ປະ​ເທດ​ຊາດ ແລະ ປາ​ຊາ​ຊົນ; ມີ​ສະ​ຕິ​ລະ​ບ​ຽບ​ວິ​ໄນ​, ກຽມ​ພ້ອມ​ສູ້​ຮົບ ກໍ່​ຄື​ບຸກ​ຄະ​ລິກ​ກະ​ພາບ, ຄຸ​ນນະ​ທາດ​ອັນ​ສູງ​ສົ່ງ ຂອງ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນ”.

ຂ່າວ/ບົດ​ອື່ນ