ວັນ​ກະ​ຈາຍ​ສຽງ​ໂລກ 2022 ດ້ວຍ​ຫົ​ວ​ຂໍ້ “ກະ​ຈາຍ​ສຽງ ແລະ ຄວາມ​ໄວ້​​ເນື້ອເຊື່ອ​ໃຈ”

(VOVWORLD) -ວັນທີ 13 ກຸມພາ, ວັນກະຈາຍສຽງໂລກ ແມ່ນວັນທີ່ມີຄວາມໝາຍຫຼາຍຢ່າງສຳລັບຜູ້ຄົນທີ່ເຮັດວຽກງານກະຈາຍສຽງໃນໂລກ. ວັນກະຈາຍສຽງໂລກປີນີ້ ມີຫົວຂໍ້ “ກະຈາຍສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈ”.

     ທ່ານ Christian Manhart, ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຜ່ານຫົວຂໍ້ປີນີ້, UNESCO ຢາກເນັ້ນໜັກເຖິງ 3 ແງ່ມູມ: ທີໜຶ່ງແມ່ນ, ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຕໍ່ວິທະຍຸກະຈາຍສຽງ ດ້ວຍບົດບາດເປັນຍານພາຫະນະສື່ມວນຊົນທີ່ແຜ່ຫຼາຍ, ມີຄຸນນະພາບສູງ, ພາວະວິໄສ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈ. ທີສອງແມ່ນ, ຍູ້ແຮງການເອົາໃຈໃສ່ເຖິງຫຼາຍເປົ້າໝາຍຜູ້ຟັງ, ພິເສດແມ່ນຜູ້ດ້ອຍໂອກາດໃນສັງຄົມ. ສຸດທ້າຍແມ່ນໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ຍານພາຫະນະກະຈາຍສຽງທີ່ທັນສະໄໝ ເພື່ອປະຕິບັດໜ້າທີ່ຖະແຫຼງຂ່າວ, ໂຄສະນາ ດ້ວຍ ຄວາມໄວ້ເນື້ອເຊື່ອໃຈເພື່ອຄົງຕົວ.

     ທ່ານ Christian Manhart ເນັ້ນໜັກວ່າ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ເລີ່ມມາຈາກວິທະຍຸກະຈາຍສຽງແຫ່ງໜຶ່ງ ແລະ ໄດ້ປະຕິບັດພາລະກຳເພື່ອສັນຕິພາບຢ່າງສຳເລັດຜົນໃນອະດີດຕະການ. ອົງການ UNESCO ເຊື່ອໝັ້ນວ່າ VOV ຈະສືບຕໍ່ຜ່ານຜ່າສິ່ງທ້າທາຍໃໝ່ ແລະ ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ ແລະ ອົງການ UNESCO ຍາມໃດກໍຮ່ວມເດີນທາງພ້ອມກັບ VOV ໃນວິວັດການພັດທະນາຂອງຂະແໜງກະຈາຍສຽງ./.  

ຕອບກັບ

ຂ່າວ/ບົດ​ອື່ນ