ວັນຊອກຮູ້ຫວຽດນາມ-ກາລະໂອກາດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈກ່ວາກ່ຽວກັບປະເທດຊາດ,ຊາວຫວຽດນາມ

ວັນຊອກຮູ້ຫວຽດນາມ-ກາລະໂອກາດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈກ່ວາກ່ຽວກັບປະເທດຊາດ,ຊາວຫວຽດນາມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ຊຸດ​ຮຽນ​
(ພາບ: laodong.com.vn)

(vovworld) – ​ ວັນ​ຊອກ​​ຮູ້​ ຫວຽດ​ນາມ - ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື​່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ຊອກຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ສັງ​ຄົມ​ກໍ່​ຄື​ລະ​ບົບ​ການ​ເມືອງ​ຂອງ ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ແຊງ​ເຈົາ, ຫົວ​ໜ້າ​ກົມ​ວັດ​ທະ​ນະ​ທຳ​ການ​​ຕ່າງ​ປະ​ເທດ ແລະ ບັນ​ດາ​ບັນ​ຫາ UNESCO ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເນັ້ນ​ໜັກ​ທີ່ “ວັນ​ຊອກ​ຮູ້​ກ່ຽວ​ກັບ ຫວຽດ​ນາມ” ສະ​ຫງວນ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃໝ່​ຂຶ້ນ​ກັບ​ຄະ​ນະ​​ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 19/5 ຢູ່​ຮ່າ​ໂນ້ຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ແຊງ​ເຈົາ ຢັ້ງ​ຢືນ​ວ່າ:

        “ນີ້​ແມ່ນ​ຂໍ້​ລິ​ເລີ່ມ​​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈັດ​ຕັ້ງເປັນ​ຄັ້ງ​ທຳ​ອິດ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ຄະ​ນະ​​ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ. ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ, ຄະ​ນະ​​ທູ​ຕາ​ນູ​ທູ​ດ​ປະ​ເທດ​​ຕ່າງໆ ມ​ີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ບັນ​ດາ​ຜົນ​ງານ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ເຂົາ​ເຈົ້າ​ແມ່ນ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຂອງ ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ.”

        ບັນ​ດາ​ຜູ້​ແທນ​ສາ​ກົນ​ຕີ​ລາ​ຄາ​ສູງ​ແນວ​ຄວາມຄິດ​ຈັດ​ຕັ້ງ “ວັນ​ຊອກ​​ຮູ້ ຫວຽດ​ນາມ”, ຖື​ວ່ານີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ທີ່ມ​ີ​ປະ​ໂຫຍດ​ໃຫ້​ແກ່​ວຽກ​ງານ​​ທູ​ຕາ​ນຸ​ທູ​ດ​ຂອງ​ເຂົາ​ເຈົ້າ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Mozambique ຢູ່ ຫວຽດ​ນາມ Gamiliel Munguambe, ໃຫ້​ຮູ້​ວ່າ:

        “ຊຸດ​ຮຽນ​ນີ້​ມີ​ປະ​ໂຫຍດຫຼາຍ​ສຳ​ລັບ​ທັງຜູ້​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ເປັນ​ເວ​ລາ 3 ປີ​ແລ້ວ​ຄື​ຂ້າ​ພະ​ເຈົ້າ. ​ຍ້ອນ​ວ່າ​ເມື່ອ​ໄປ​ບໍ່​ວ່າ​ປະ​ເທດ​ໃດ, ບັນ​ດາ​ຜູ້​​ເຮັດ​ວຽກ​ງານ​ການ​ທູດ​ຄື​ພວກ​ຂ້າ​ພະ​ເຈົ້າ​ກໍ່​ຢາກ​ຊອກ​ຮູ້​ວັດ​ທະ​ນະ​ທຳ, ມະ​ນຸດ, ເສດ​ຖະ​ກິດ, ກາ​ນ​ເມືອງ​ຂອງ​ປະ​ເທດນັ້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ​ວກ​ເພື່ອນ​ອາດ​ຈະ​ເປີດ​ກ້​ວາງ​ຊຸດ​ຮຽ​ນນີ້​​ໃຫ້​ແກ່ບັນ​ດາ​ຄອບ​ຄົວ​ໃນ​ຄະ​ນະ​​ທູ​ຕາ​ນຸ​ທູດ​ຍ້ອ​ນ​ວ່າ​ເຂົາ​ເຈົ້າ​​ຢາກຊອກ​ຊອກ​ຮູ້​ກ່ຽວ​ກັບ ຫວຽດ​ນາມ ​ທີ່​ສຸດເມື່ອ​ມີ​ກາ​ລະ​ໂອ​ກາດ​ຢູ່​ທີ່ນີ້.”


ຂ່າວ/ບົດ​ອື່ນ