​ວັນ​ທີ 17 ກັນ​ຍາ​ເລີ່ມ​ຕົ້ນ​ເດືອນເຄື່ອນ​ໄຫວ “ເພື່ອ​ຄົນ​ທຸ​ກ​ຍາກ”

(VOVWORLD) - ໄລຍະຜ່ານມາ, ບັນດານະໂຍບາຍ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການປະຕິບັດຢ່າງຮອບດ້ານ ແລະ ຄົບຖ້ວນພໍສົມຄວນ, ຊີວິດການເປັນຢູ່ຂອງຄົນທຸກຍາກໄດ້ຮັບການປັງປຸງເທື່ອລະກ້າວ, ຊີວິດສັງຄົມຍາມໃດກໍ່ໄດ້ຮັບການຮັບປະກັນ.
​ວັນ​ທີ 17 ກັນ​ຍາ​ເລີ່ມ​ຕົ້ນ​ເດືອນເຄື່ອນ​ໄຫວ “ເພື່ອ​ຄົນ​ທຸ​ກ​ຍາກ” - ảnh 1ພິທີປຸກລະດົມ ເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ປີ 2023 (ພາບ: VOV)

ເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ປີ 2023 ໄດ້ດຳເນີນໃນມື້ນີ້ ຮອດວັນທີ 18 ພະຈິກ, ຢູ່ຫຼາຍທ້ອງຖິ່ນ. ໃນເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ຈະມີຫຼາຍລາຍການ, ເຫດການ, ການເຄື່ອນໄຫວເພື່ອແນໃສ່ຮຽກຮ້ອງ, ຂົນຂວາຍບັນດາແຫຼ່ງກຳລັງຊ່ວຍເຫຼືອຜູ້ທຸກຍາກ, ຜູ້ຢູ່ໃນຂັ້ນໃກ້ທຸກຍາກ, ຜູ້ປະສົບກັບສະພາບການຫຍຸ້ງຍາກເປັນພິເສດ, ປະຊາຄົມທຸກຍາກ, ໃຫ້ບຸລິມະສິດບັນດາທ້ອງຖິ່ນທີ່ຢູ່ຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ, ເຂດໄດ້ຮັບຜົນເສຍຫາຍຈາກຜົນກະທົບຂອງໄພທຳມະຊາດ.

ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມແລ້ວ, ໄລຍະຜ່ານມາ, ບັນດານະໂຍບາຍ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການປະຕິບັດຢ່າງຮອບດ້ານ ແລະ ຄົບຖ້ວນພໍສົມຄວນ, ຊີວິດການເປັນຢູ່ຂອງຄົນທຸກຍາກໄດ້ຮັບການປັງປຸງເທື່ອລະກ້າວ, ຊີວິດສັງຄົມຍາມໃດກໍ່ໄດ້ຮັບການຮັບປະກັນ.

ໃນ 6 ເດືອນຕົ້ນປີ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການແນະນຳໃຫ້ ບັນດາທ້ອງຖິ່ນ ປະຕິບັດບັນດານະໂຍບາຍຫຼຸດຜ່ອນຄວາມທຸກຍາກທີ່ພວມໄດ້ຮັບການປະກາດໃຊ້ໃນປັດຈຸບັນຢ່າງທັນການຄື: ນະໂຍບາຍສິນເຊື່ອບຸລິມະສິດ, ນະໂຍບາຍການສອນວິຊາຊີບ, ໜູນຊ່ວຍແຮງງານຂຶ້ນກັບຄອບຄົວທຸກຍາກ, ຄອບຄົວຊົນເຜົ່າສ່ວນໜ້ອຍໄປເຮັດວຽກທີ່ມີ ກຳນົດເວລາຢູ່ຕ່າງປະເທດ, ນະໂຍບາຍໜູນຊ່ວຍທາງດ້ານສາທາລະນະ, ການສຶກສາ, ເຮືອນຢູ່, ນ້ຳປະປາ ແລະ ອະນາໄມ, ໜູນຊ່ວຍຄ່າໄຟຟ້າ, ນະໂຍບາຍໜູນຊ່ວຍດ້ານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ