ວັນທີ 5 ພະຈິກ, ສະພາແຫ່ງຊາດເລີ່ມດຳເນີນການຊັກຖາມບັນດາສະມາຊິກລັດຖະບານ

(VOVWORLD) - ຕາມວາລະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ ໂດຍຫ້ອງວ່າການສະພາແຫ່ງຊາດ ປະກາດໃນຕອນບ່າຍວັນທີ 4 ພະຈິກ, ບັນດາ ສສຊ ຈະຊັກຖາມກ່ຽວກັບການປະຕິບັດຄຳໝັ້ນໝາຍຂອງບັນດາສະມາຊິກ ລັດຖະບານ
ວັນທີ  5 ພະຈິກ, ສະພາແຫ່ງຊາດເລີ່ມດຳເນີນການຊັກຖາມບັນດາສະມາຊິກລັດຖະບານ - ảnh 1ພາບປະກອບ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ສະມາຊິກລັດຖະບານຫຼາຍກ່ວາ 20 ທ່ານ ຈະຕອບຄຳຊັກຖາມທີ່ກອງປະຊຸມສະພາແຫ່ງຊາດ ໃນຕອນເຊົ້າວັນທີ 6 ພະຈິກ ຮອດຕອນບ່າຍວັນທີ 8 ພະຈິກ. ວາລະຊັກຖາມນອນໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV,  ຈະໄດ້ຖ່າຍທອດສົດທາງໂທລະພາບ - ວິທະຍຸກະຈາຍສຽງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມ.

ຕາມວາລະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ ໂດຍຫ້ອງວ່າການສະພາແຫ່ງຊາດ ປະກາດໃນຕອນບ່າຍວັນທີ 4 ພະຈິກ, ບັນດາ ສສຊ ຈະຊັກຖາມກ່ຽວກັບການປະຕິບັດຄຳໝັ້ນໝາຍຂອງບັນດາສະມາຊິກ ລັດຖະບານ, ຫົວໜ້າຂະແໜງ ຕາມມະຕິ 10 ສະບັບຂອງສະພາແຫ່ງຊາດ ຊຸດທີ XIV, XV.

ເມື່ອການເຄື່ອນໄຫວຊັກຖາມສິ້ນສຸດລົງ, ຕອນເຊົ້າວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີບົດລາຍງານອະພິປາຍ, ເຮັດແຈ້ງບັນດາບັນຫາກ່ຽວຂ້ອງ ແລະ ຕອບຄຳຊັກຖາມຂອງ ສສຊ.

ຕອບກັບ

ຂ່າວ/ບົດ​ອື່ນ