ວັນທີ13/2-ວັນກະຈາຍສຽງໂລກ

ວັນທີ13/2-ວັນກະຈາຍສຽງໂລກ - ảnh 1
ພາບປະກອບ

(vovworld) - ວັນ​ທີ 13/2, ​​ໂລກສະ​ເຫລີ​ມສະຫລອງ​ວັນ​ກະຈາຍສຽງ​ໂລກ ​ເພື່ອ​ເຊີດ​ຊູ radio ດ້ວຍ​ຖານະ​ເປັນ​ພາຫະນະ​ສ່ື​ມວນ​ຊົນ, ສົ່ງ​ເສີມ​ບັນດາ​ລະບົບ​ກະຈາຍສຽງ​ຊຸກຍູ້​ການ​ສຳ​ພັດ​ຂໍ້​ມູນ​ຂ່າວສານ, ສະ​ແດງ​ທັດສະນະ​ຢ່າງ​ເສລີພາບ ​ແລະ ຄວາມສະ​ເຫມີ​ພາບລະຫວ່າງ​ຍິງ​ຊາຍ​ທາງ​ຄື້ນກະຈາຍສຽງ. ດ້ວຍ​ຫົວ​ຂໍ້​ວ່າ: ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ເພດ​ຍິງ”, ປີ 2014, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ​ວັນ​ກະຈາຍສຽງ​ໂລກ​ຖືກ​ດຳ​ເນີນ​ໄປ​ໃນ​ທົ່ວ​ໂລກ ຈະ​ສຸມ​ໃສ່​ຊຸກຍູ້​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍຜ່ານ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ, ນັກ​ຂ່າວ ​ແລະ ບັນດາ​ລັດຖະບານ​ໃນ​ການ​ພັດທະນາ​ນະ​ໂຍບາຍ, ຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​​ເຖິງ​ເພດ ​ແລະ ສະ​ຫງວນ​ໃຫ້​ແກ່​ກະຈາຍສຽງ, ສ້າງ​ຄວາມ​ຊຳນານ​ງານ​ໃນ​ການ​ຜະລິດ​ລາຍການ​ກະຈາຍສຽງ ​ໃຫ້​ແກ່​ໄວ​ຫນຸ່ມ, ດ້ວຍ​ຈຸດ​ສຸມ​ແມ່ນ​ມຸ່ງ​ໄປ​ສູ່​ບັນດາ​ຊາວ​ຫນຸ່ມ​ຍິງ ຊ່ຶງ​ແມ່ນ​ຜູ້​ຜະລິດ​ລາຍການ, ​ໂຄສົກ, ນັກ​ຂ່າວ.

​ເນ່ືອງ​ໃນ​ໂອກາດ​ນີ້, ງານ​ວາງສະ​ແດງ radio ​ໂລກ 2014 ​ຖືກ​ຈັດ​ຂຶ້ນ​ຢູ່ Paris ປະ​ເທດ ຝລັ່ງ ​ໃນ​ວັນ​ທີ 12/2. ທ່ານ Nicolas Leroux ຜູ້ຕາງຫນ້າ​ກຸ່ມ​ບໍ​ລິ​ສັດ Winmedia suppotr ​ໄດ​​້​ໃຫ້​ຂໍ້​ສັງ​ເກດ​ວ່າ:     “ປະຈຸ​ບັນ Radio ​ແມ່ນ​ແຕກ​ຕ່າງ​ກັບ​ກ່ອນ​ນີ້, ​​ເຕັກ​ໂນ​ໂລ​ຊີ​ຖືກ​ຫັນ​ເປັນ  ດີ​ຊີ​ຕອນ​ທັງ​ໝົດ​ແລ້ວ. Radio ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ກະຈາຍສຽງ​ຫນຶ່ງ​ດຽວ ຫາກ​ຍັງມີ​ຮູບ​ການ​ສື່​ມວນ​ຊົນ​ອື່ນ​ອີກ​ເຮັດ​ໃຫ້ radio ຍິ່ງ​ດູດ​ດື່ມ​ກວ່າ, ນັ້ນ​ແມ່ນ video, ຮູບ​ພາບ, ບັນດາ​ລາຍການ​ໂທລະພາບກະຈາຍສຽງ​ online…. ທຸກ​ຮູບ​ການ​ລ້ວນ​ແຕ່​ໄດ້​ນຳ​ໃຊ້, ສະ​ນັ້ນ radio ມີ​ຫລາຍ​ກາລະ​ໂອກາດ​ພັດທະນາ.”

ຕອບກັບ

ຂ່າວ/ບົດ​ອື່ນ