ວັນບຸນບໍລິຈາກ ເລືອດ “ຫົວໃຈອາສາ ສະໝັກ” ຄັ້ງທີ 5

ວັນບຸນບໍລິຈາກ ເລືອດ “ຫົວໃຈອາສາ ສະໝັກ” ຄັ້ງທີ 5 - ảnh 1
ວັນ​ບຸນ​ບໍລິຈາກ​ເລືອດ “ຫົວ​ໃຈ​ອາສາ​ສະໝັກ”
(ພາບ: qdnd.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 07/12, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຊາວ​ໜຸ່ມ ​ໄດ້​ຂົນຂວາຍ​ການ​ບໍລິຈາກ​​ເລື​ອດຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ໂລຫິດ​ສາດ - ສົ່ງ​ເລືອດສູນ​ກາງຈັດ​ຕັ້ງວັນ​ບຸນ “ຫົວ​ໃຈ​ອາສາ​ສະໝັກ” ຄັ້ງ​ທີ 5​. ວັນ​ບຸນ“ຫົວ​ໃຈ​ອາສາ​ສະໝັກ” ຄັ້ງ​ທີ 5 ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ວັນ​ສາກົນ​ຜູ້​ອາສາ​ສະໝັກ ​ແລະ ມຸ່ງ​ໄປ​​ເຖິງ​ຄາດໝາຍ​ບໍລິຈາກ​ເລືອດ​ໃຫ້​ໄດ້ 1 ລ້ານຖົງ​​ໃນ​ປີ 2013. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນ​ດາ​ໄວ​ໜຸ່ມ​ນະຄອນຫຼວງ ສະ​ແດງ​ຄວາມ​ໄຝ່ຝັນ, ຈິດ​ໃຈ​ແບ່ງປັນ​ຂອງ​ຕົນ​ຜ່ານ​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ​ກູ້​​ເອົາ​ຊີວິດ, ​ເພີ່ມ​ກຳລັງ​ແຮງ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ຕ​້ອງການ​​ໄດ້​ຮັບເລືອດ. ນາງ ຫງວຽນ​ທິລິງ, ນັກ​ສຶກສາ​​ວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

   “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ນ້ອງ​ເຂົ້າ​ຮ່ວມ​ການ​ບໍລິຈາກ​​ເລືອດ ​ແຕ່ນ້ອງ​ຄິດ​ວ່າ​ບັນດາ​ໂຮງໝໍ ​ແລະ ຄົນ​​ເຈັບພວມ​ຕ້ອງການ​ເລືອດ ສະ​ນັ້ນ​ນ້ອງ​ຍາກ​ເຂົ້າ​ຮ່ວມ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ. ​ໂດຍສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸນປີ​ໃໝ່​ເຊິ່ມ​ແມ່ນ​ເວລາ​ທີ່ບັນດາ​ໂຮງໝໍ​ ​ແລະ ຄົນ​ເຈັບມີ​ຄວາມ​ຕ້ອງການ​ເລືອດ​ສູງທີ່​ສຸດ”.

ຂ່າວ/ບົດ​ອື່ນ