ວັນ​ບຸນມະ​ຫາ​ສາ​ມັກ​ຄີ ແມ່ນ​ປະ​ກົດ​ການທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ ຈິດໃຈປະຊາຊົນ

(VOVWORLD) -ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ) ໃນທຸກປີ. 

ນີ້ແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ ເຊິ່ງຕິດພັນກັບບັນດາການເຄື່ອນໄຫວຍ້ອງຍໍຊົມເຊີຍບັນດາຄອບຄົວວັດທະນະທຳດີເດັ່ນ, ມອບເຮືອນມະຫາສາມັກຄີ, ຈັດຕັ້ງພາເຂົ້າ ມະຫາສາມັກຄີ, ຂົນຂວາຍການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ. ວັນບຸນແນໃສ່ເປັນປຸກລະດົມປະຊາຊົນໃນການເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນ, ວົງຕະກຸນ, ແມ່ນປະກົດການທີ່ມີຊີວິດຊີວາ ຂອງ ຈິດໃຈປະຊາຊົນ, ຄວາມຜູກພັນຮັກແພງຖານບ້ານໃກ້ເຮືອນຄຽງ

ທ່ານ ໂງແຊກຖືກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ວັນບຸນມະຫາສາມັກຄີໄດ້ຈັດຕັ້ງຢູ່ເຂດຊຸມຊົນເພື່ອເຮັດແນວໃດໃຫ້ບັນດາຄອບຄົວທັງໝົດຢູ່ເຂດຊຸມຊົນນັ້ນ ສາມາດເຫັນ ໄດ້ເຖິງໜ້າທີ່ຮັບຜິດຊອບຂອງຕົນຕໍ່ກັບປະຊາຄົມ, ຕໍ່ກັບປະເທດຊາດ. ພິເສດ ແມ່ນຄວາມສາມັກຄີໃນການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລດ້ວຍບັນດາມາດຖານທີ່ຮອບດ້ານທີ່ສຸດ, ບໍ່ພຽງແຕ່ກ່ຽວກັບການພັດທະນາເສດຖະກິດວັດທະນະທຳ, ການຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ, ຫາກຍັງຕ້ອງສ້າງການດຳລົງຊີວິດທີ່ມີຄວາມ ຮັກແພງ, ສາມັກຄີ, ຊ່ວຍເຫຼືອກັນບືນຕົວຂຶ້ນໃນການດຳລົງຊີວິດອີກດ້ວຍ”

        ດ້ວຍທິດນຳແຫ່ງຄວາມສາມັກຄີຂອງແນວໂຮມແມ່ນ ມຸ່ງໄປສູ່ເຂດຊຸມຊົນ. ແຕ່ລະປີ ວັນບຸນສາມັກຄີຈະມີຫົວຂໍ້ສະເພາະເຊິ່ງອີງໃສ່ບໍລິເວນເຂດຊຸມຊົນ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ເສີມຂະຫຍາຍລັກສະນະປະຊາຄົມ, ມຸ່ງໄປສູ່ເປົ້າໝາຍຂອງແຕ່ລະທ້ອງຖິ່ນ ເພື່ອປະຊາຊົນມີ ຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ