ວັນບຸນຫໍ່ເຂົ້າປະດັບດິນດຳເນີນໄປຢູ່ທຸກແຖບຖິ່ນໃນທົ່ວປະເທດ ຫວຽດນາມ

(VOVWORLD) -ພາຍຫລັງຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19, ວັນບຸນຫໍ່ເຂົ້າປະດັບດິນປີນີ້ ວັດວາອາຮາມແຫ່ງຕ່າງໆ ຢູ່ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນຫລາຍຢ່າງເພື່ອໃຫ້ພຸດທະສາສະນິກະຊົນມາເຕົ້າໂຮມ, ຖະຫວາຍທູບທຽນ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່, ບັນພະບຸລຸດ ແລະ ຜູ້ທີ່ຖືກເສຍຊີວິດຍ້ອນໂຄວິດ 19.

ວັນບຸນຫໍ່ເຂົ້າປະດັບດິນດຳເນີນໄປຢູ່ທຸກແຖບຖິ່ນໃນທົ່ວປະເທດ ຫວຽດນາມ - ảnh 1ປະຊາຊົນຫລາຍຄົນເຂົ້າມາວັດວາອາຮາມໃນໂອກາດວັນບຸນຫໍ່ເຂົ້າປະດັບດິນ. (ພາບ:VOV)

ວັນບຸນຫໍ່ເຂົ້າປະດັບດິນ ເດືອນ 7 (ວັນເພງເດືອນ 7 ໄລ່ຕາມຈັນທະປະຕິທິນທຸກປີ)ຍາມໃດກໍ່ໄດ້ຮັບຖືວ່າ ແມ່ນໂອກາດສຳຄັນ ສຳລັບຜູ້ເຊື່ອຖືສາສະຫນາພຸດ ແມ່ນວັນບຸນສະແດງຄວາມຮູ້ບຸນຄຸນ ອາໄລຫາຄຸນງາມຄວາມດີຂອງພໍ່ແມ່, ບັນພະບຸລຸດ. ພາຍຫລັງຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19, ວັນບຸນຫໍ່ເຂົ້າປະດັບດິນປີນີ້ ວັດວາອາຮາມແຫ່ງຕ່າງໆ ຢູ່ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນຫລາຍຢ່າງເພື່ອໃຫ້ພຸດທະສາສະນິກະຊົນມາເຕົ້າໂຮມ, ຖະຫວາຍທູບທຽນ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່, ບັນພະບຸລຸດ ແລະ ຜູ້ທີ່ຖືກເສຍຊີວິດຍ້ອນໂຄວິດ 19.

ປ້າ ຫງວຽນທິບິ່ງ ດຳລົງຊີວິດ ຢູ່ ເມືອງ ກໍ່ເວິບ ມາເຂົ້າຮ່ວມວັນບຸນຢູ່ ວັດ ຮວ່າງຟາບ ເມືອງ ຮອກມົນ ໄດ້ແບ່ງປັນວ່າ:

ໂອກາດວັນບຸນຫໍ່ເຂົ້າປະດັບດິນ ຂ້າພະເຈົ້າເຄີຍເຂົ້າມາວັດ ເພື່ອເຂົ້າຮ່ວມງານບຸນເພື່ອສະແດງຄວາມຮູ້ບຸນຄຸນພໍ່ແມ່, ບັນພະບຸລຸດ. ມາຄັ້ງໃດຂ້າພະເຈົ້າກໍ່ ຄິດເຖິງພໍ່ແມ່ຂອງຂ້າພະເຈົ້າທີ່ໄດ້ເສຍຊີວິດແລ້ວ. ຂ້າພະເຈົ້າຮູ້ສຶກຕຶ້ື້ນຕັນໃຈຫລາຍ.”

ບໍ່ພຽງແຕ່ຢູ່ວັດ ຮ່ວາງຟາບ ເທົ່ານັ້ນຫາກຢູ່ວັດວາອາຮາມແຫ່ງຕ່າງໆ ຢູ່ ນະຄອນໂຮ່ຈີມິນ ກໍ່ມີພຸດທະສາສະນິກະຊົນ ປະຊາຊົນ ເປັນຈຳນວນຫລວງຫລາຍ ເຂົ້າມາຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຂອງພໍ່ແມ່, ບັນພະບຸລຸດ ແລະ ຜູ້ທີ່ໄດ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ