ວັນປະກາດເອກະລາດໄດ້ເປີດສັງກາດໃໝ່ໃຫ້ແກ່ປະເທດຫວຽດນາມ

    ວັນປະກາດເອກະລາດໄດ້ເປີດສັງກາດໃໝ່ໃຫ້ແກ່ປະເທດຫວຽດນາມ   - ảnh 1
ປະ​ທານ​ໂຮ່​ຈິ​ມິນກ່າວ​ບົ​ົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດຢູ່​ສະ​ໜາມຫຼວງ​ບາ​ດິງ, ຮ​່າ​ໂນ້ຍ


(vovworld)- ​ວັນ​ທີ 2/9/1945 ໄດ້​ເປັນ​ຂີດ​ໝາຍ​ການສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ​ປະ​ຈຸ​ບັນ​ແມ່ນ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ. ນັບ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ມາ, ປະ​ເທດ​ຫວຽດ​ນາມ​ໄດ້​ເປີດ​ສັງ​ກາດ​ໃໝ່, ສັງ​ກາດ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ. ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ເສີມ​ຂະ​ຫຍາຍ​ບັນ​ດາ​ບົດ​ຮຽນ​ຈາກ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ, ສືບ​ຕໍ່​ສ້າງ​ສາ​ປະ​ເທດ​ໃຫ້​ຈະ​ເລີນ​ກ້າວ​ໜ້າ, ອຸ​ດົມ​ຮັ່ງ​ມີ​ ແລະ ສວຍ​ງາມ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວຽນ​ຫງອກ​ຮ່າ ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານວິ​ທະ​ຍາ​ສາດ​ສັງ​ຄົມ​ເນັ້ນ​ໜັກ​ວ່າ :

   “ການ​ສ້າງ​ຕັ້ງ​ລັດ​ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ໄດ້​ສ້າງ​ຫຼາຍບົດ​ຮຽນອັນ​ເລິກ​ເຊິ່ງ​ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ທຸກວັນ​ນີ້. ບົດ​ຮຽນ​ເຫຼົ່າ​ນັ້ນ ລວມ​ມີ​ບົດ​ຮຽນ​ກ່ຽວ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ, ບົດ​ຮຽນ​ກ່ຽວ​ກັບ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໂດຍ​ສົມ​ທົບ​ກັບ​ກຳ​ລັງ​ແຮງ​ຍຸກ​ສະ​ໄໝ, ກ່ຽວ​ກັບການ​ຍາດ​ແຍ່ງກາ​ລະ​ໂອ​ກາດ, ກຳ​ແໜ້ນ​ກາ​ລະ​ໂອ​ກາດ. ກ່ອນນີ້ 70 ປີ, ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ປຸກ​ລະ​ດົມ​ທົ່ວ​ປວງ​ຊົນ​ທຳ​ການ​ລຸກ​ຮື້​ຂຶ້ນ​ເພື່ອ​ຢຶດ​ອຳ​ນາດ, ປະ​ຈຸ​ບັນ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ແມ່ນ​ການ​ຍູ້​ແຮງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ແລະ ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ ໄດ້​ປຸກ​ລຸກ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ”

       ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ ໄດ້​ນຳ​ມາ​ເຊິ່ງ​ທີ່​ຕັ້ງ​ບົດ​ບາດ​ໃໝ່​ໃຫ້​ແກ່​ປະ​ຊາ​ຊົນ​ຫວຽດ​ນາມ, ຈາກ​ຖາ​ນະ​ເປັນ​ຂ້າ​ທາດໄດ້​ກາຍ​ເປັນ​ຜູ້​ເປັນ​ເຈົ້າ​ຂອງ​ຊາ​ຕະ​ກຳ​ຂອງ​ຊາດ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວຽນ​ຈ້ອງ​ຟຸກ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ ຊີ້​ແຈ້ງ​ວ່າ :

    “ ພາຍຫຼັງ​ທີ່​ປະ​ທານ​ໂຮ່​ຈິ​ມິນໄດ້ກ່າວ​ບົ​ົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ​ແມ່ນ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ-ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ ແລະ ຫວຽດ​ນາມ​ເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ, ເພື່ອ​ສັນ​ຕິ​ພາບ, ການ​ຮ່ວ​ມ​ມື ແລະ ພັດ​ທະ​ນາ​ຂອງ​ທຸກໆ​ປະ​ຊາ​ຊາດ. ປະ​ຈ​ຸ ບັນ ຫວຽດ​ນາມ​ໄດ້ ແລະ ພວມ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ. ນັ້ນ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ພັດ​ທະ​ນາ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຫັນ​ເປັນ​ໂລ​ກາ​ພິ​ວັດ, ນຳ​ໃຊ້​ບັນ​ດາ​ໝາກ​ຜົນ​ຂອງການປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຂອງ​ໂລກ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ”

 

 

ຂ່າວ/ບົດ​ອື່ນ