ວັນ​ອາ​ທິດ​ແດງ - ແຜ່​ຂ​ະ​ຫຍາຍ​ຈິດ​ໃຈ​ບໍ​ລິ​ຈາກ​ເລືອດ ກູ້​ເອົາ​ຊີ​ວິດ ໃນ​ທົ່ວ​ສັງ​ຄົມ

(VOVWORLD) -ລາຍການໄດ້ດຶງດູດ ການເຂົ້າຮ່ວມຈົດທະບຽນບໍລິຈາກເລືອດຂອງ ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ຊາວທ້ອງຖິ່ນ ກ່ວາ 500 ຄົນ.

ວັນ​ອາ​ທິດ​ແດງ - ແຜ່​ຂ​ະ​ຫຍາຍ​ຈິດ​ໃຈ​ບໍ​ລິ​ຈາກ​ເລືອດ ກູ້​ເອົາ​ຊີ​ວິດ ໃນ​ທົ່ວ​ສັງ​ຄົມ - ảnh 1ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງ ນາມດິ້ງ ເຂົ້າຮ່ວມ ການບໍລິຈາກເລືອດ ກູ້ເອົາຊີວິດ

(ພາບ: TTXVN)

ຕອນເຊົ້າວັນທີ 5 ມັງກອນ, ຢູ່ສູນວັດທະນະທຳ ເມືອງ ໂບ໊ຈາກ (ແຂວງ ກ໋ວາງບິ່ງ), ຄະນະຊາວໜຸ່ມແຂວງ ກ໋ວາງບິ່ງ, ສະຫະພັນຊາວໜຸ່ມ ຫວຽດນາມ ແລະ ໜັງສືພິມ ຕຽນຟອງ ໄດ້ສົມທົບກັນຈັດຕັ້ງພິທີປຸກລະດົມ ວັນອາທິດແດງ ຄັ້ງທີ XII ປີ 2020, ເພື່ອແນໃສ່ເສີມຂະຫຍາຍຈິດໃຈ  ປະຈັນບານ ອາສາສະໝັກ ຂອງ ໄວໜຸ່ມໃນ ວຽກງານ ມະນຸດສະທຳ ບໍລິຈາກເລືອດກູ້ເອົາຊີວິດ. ລາຍການໄດ້ດຶງດູດ ການເຂົ້າຮ່ວມຈົດທະບຽນບໍລິຈາກເລືອດຂອງ ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ຊາວທ້ອງຖິ່ນ ກ່ວາ 500 ຄົນ.

        ແລະກໍ່ໃນວັນດຽວກັນ, ຢູ່ສູນວັດທະນະທຳ - ກິລາ ຊາວໜຸ່ມເຍົາວະຊົນ ແຂວງນາມດິ້ງ, ໜັງສືພິມ ຕຽນຟອງ, ຄະນະກຳມະການຄວາມປອດໄພການຈາລະຈອນແຫ່ງຊາດ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ສົມທົບກັບກອງທຶນເພື່ອ ຮູບຮ່າງ ຊາວຫວຽດ, ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງ ນາມດິ້ງ ໄດ້ຈັດຕັ້ງວັນບຸນ ອາທິດແດງ ປີ 2020 ດ້ວຍຫົວຂໍ້ວ່າ “ບໍລິຈາກເລືອດກູ້ເອົາຊີວິດ - ຊີວິດຂອງ ເພື່ອນ ແລະ ຂ້ອຍ”. ລາຍການໄດ້ດຶງດູດການເຂົ້າຮ່ວມຂອງ ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາ ຂອງ ບັນດາມະຫາວິທະຍາໄລ, ວິທະຍາໄລ ຢູ່ບໍລິເວນແຂວງ ນາມດິ້ງ ເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ