ວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ

(VOVWORLD) -ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ.
ວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຕ້ອນຮັບທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands ຂອງ ອາເມລິກາ (ພາບ: baoquocte.vn)

ວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands (ອາເມລິກາ). ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ເຄື່ອນໄຫວຢ່າງມີີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍຮັບຮູ້ບັນດາການປະກອບສ່ວນສໍາຄັນຂອງ ກຸ່ມບໍລິສັດ Hanesbrands ເຂົ້າໃນການຊຸກຍູ້ການພົວພັນທາງການຄ້າ, ການລົງທຶນຂອງຫວຽດນາມ, ບັນດາການເຄື່ອນໄຫວເພື່ອການກຸສົນສັງຄົມ ຢູ່ຫວຽດນາມ; ພ້ອມທັງສະເໜີວ່າ ທາງວິສາຫະກິດຈະສືບຕໍ່ເອົາໃຈໃສ່ຫຼາຍກວ່າອີກເຖິງບັນດາການເຄື່ອນໄຫວດັ່ງກ່າວ.

        ສ່ວນທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands ຢັ້ງຢືນວ່າ ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ. ທ່ານ ໃຫ້ຮູ້ວ່າ ປັດຈຸບັນ, ທາງກຸ່ມບໍລິສັດ ພວມຜັນຂະຫຍາຍການເປີດກວ້າງໂຮງງານ, ເພີ່ມຂອບຂະໜາດການຜະລິດຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, ທັງທາງກຸ່ມບໍລິສັດ Hanesbrands ແລະ ໃນນາມສ່ວນຕົວ ທ່ານຢາກສືບຕໍ່ໄດ້ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃຫ້ແໜ້ນແຟ້ນກວ່່າອີກ, ພິເສດແມ່ນໃນຂົງເຂດພາສີ ແລະ ສວຍສາອາກອນ. 

ຕອບກັບ

ຂ່າວ/ບົດ​ອື່ນ