ວິສາຫະກິດນອກແວ ສົນໃຈຕໍ່ຕະຫຼາດ ຫວຽດນາມ


ວິສາຫະກິດນອກແວ ສົນໃຈຕໍ່ຕະຫຼາດ ຫວຽດນາມ - ảnh 1
(
ພາບ: vov)

(vovworld)- ​ ​ຫວ່າງ​ແລ້ວ​ນີ້, ຢູ່ Oslo, ສະຖານທູດຫວຽດນາມ ປະຈຳ​ນອກ​ແວ ສົມທົບ​ກັບຫ້ອງການ​ການ​ຄ້າ Oslo ​ໄດ້ຈັດກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ປຶກສາ​ຫາລື​ບັນດາ​ແງ່​ມູມສຳຄັນ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ກັບ​ຫວຽດນາມ ​ແລະ ຢູ່​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ບໍລິສັດ​ຂອງ​ນອກ​ແວ ຊອກ​ຮູ້​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຜ່ານ​ການ​ພົບ​ປະ ​ແລະ ປຶກສາ​ຫາລືກັບບັນດາ​ຜູ້ຕາງໜ້າ​ຂອງ​ນອກ​ແວ ທີ່​ມີ​ປະສົບການ, ບົດຮຽນ​ໃນ​ການດຳ​ເນີນ​ທຸລະ​ກິດ​ກັບ​ຫວຽດນາມ, ພ້ອມ​ທັງ​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ບັນດາ​ຜູ້ຕາງໜ້າ​ຂອງຫວຽດນາມ ​ແລະ ຄະນະ​ນັກທຸລະກິດ​ຫາຍ​ຟ່ອງ. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ​ນອກ​ແວ ​ແລະ ວິ​ສາ​ຫະກິດ​ເຄີຍ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດນາມ ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ່ຍຫຼວງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ກາລະ​ໂອກາດ​ໃຫ່ຍ​ໃຫ້​ແກ່​ບັນດາ​ບໍລິສັດ​ຂອງ​ນອກ​ແວ ​ເພື່ອ​ແຊກ​ຊືມ​ເຂົ້າຕະຫຼາດ​ຫວຽດນາມ ກໍ່​ຄື​ບັນດາ​ປະ​ເທດ​ສະມາຊິ​ກອາ​ຊຽນ./.

ຂ່າວ/ບົດ​ອື່ນ