ວິສາຫະກິດຝລັ່ງເຂົ້າຮ່ວມງານວາງສະແດງການລ້ຽງສັດສາກົນຢູ່ຫວຽດນາມ

ວິສາຫະກິດຝລັ່ງເຂົ້າຮ່ວມງານວາງສະແດງການລ້ຽງສັດສາກົນຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ແຕ່​ວັນ​ທີ 19 – 21/3, ຢູ່​ນະຄອນ ​ໂຮ່ຈີ໋ມິນ,​ອົງການ​ການ​ຄ້າ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ບັນດາວິ​ສາ​ຫະກິດ ຝລັ່ງ (UBIFRANCE) ຈັດຕັ້ງງານ​ວາງສະ​ແດງການລ້ຽງສັດສາ​ກົນ ILDEX, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ວິ​ສາ​ຫະກິດ ຝລັ່ງ ​ໃນ​ຂົງ​ເຂດ​ການລ້ຽງສັດ17​ແຫ່ງ. ທີ່​ງານ​ວາງສະ​ແດງ, ບັນດາວິ​ສາ​ຫະກິດ ຝລັ່ງ ​ແນະນຳ​ຕໍ່​ບັນດາ​ວິ​ສາ​ຫະກິດ​ການລ້ຽງສັດ ຫວຽດນາມ ບັນດາ​ບົດຮຽນ​ໃນ​ຂົງ​ເຂດ​ການ​ລ້ຽງສັດ, ​ເຄື່ອງ​ຈັກ ​ແລະ ​ເຕັກນິກ​​ໃນ​ການ​ລ້ຽງສັດ, ​ຫົວອາຫານ, ການ​ປະສົມ​ພັນ, ສຸຂະພາບ​ຂອງ​ສັດລ້ຽງ.....ຈຸດໝາຍຂອງ​ງານ​ວາງສະ​ແດງ​ແມ່ນ​ຊ່ວຍ​ໃຫ້​ບັນດາ​ຜູ້​ລ້ຽງສັດ ຫວຽດນາມ ​ແລະ ຝລັ່ງ ພ້ອມ​ກັນ​ພົບ​ປະ, ​ແລກປ່ຽນບົດຮຽນ​ໃນ​ຂົງ​ເຂດ​ການ​ລ້ຽງສັດ. ນີ້້ກໍ່​ແມ່ນ​ໂອກາດ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສາກົນ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ​ໃນ​ຂະ​ແໜງການ​ລ້ຽງສັດ, ສິນ​ໃນ​ນ້ຳ, ການ​ປຸງ​ແຕ່ງ​ບັນດາ​ຜະລິດ​ລິດ​ຕະພັນ​ສັດ​​ລ້ຽງກັບ​ບັນດາ​ຄູ່​ຮ່ວມ​ມື.



ວິສາຫະກິດຝລັ່ງເຂົ້າຮ່ວມງານວາງສະແດງການລ້ຽງສັດສາກົນຢູ່ຫວຽດນາມ - ảnh 2
ຂ່າວ/ບົດ​ອື່ນ