ວາງສະແດງວັດຖຸບູຮານ 500 ຢ່າງທີ່ມີມາແຕ່ສະໄໝປະຖົມບູຮານຮອດສະຕະວັດທີ19

ວາງສະແດງວັດຖຸບູຮານ 500 ຢ່າງທີ່ມີມາແຕ່ສະໄໝປະຖົມບູຮານຮອດສະຕະວັດທີ19 - ảnh 1
ມີ​ວັດ​​ບູ​ຮານ 500 ຢ່າງໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້
(ພາບ: TTXVN)

(vovworld) - ​​​ວັນ​ທີ 19/03, ຢູ່​ຫ​ໍ​ພິ​ພິ​ທະ​ພັນ​ຮຸ່ງ​ເວືອງ, ນະ​ຄອນ​ວຽດ​ຈີ່, ແຂວງ ຟຸ໋​ທໍ້ ໄດ້​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ວັດ​ຖຸ​ພັນ​ກ່ຽວ​ກັບ “ການ​ເຫຼ​ື້ອມ​ໃຊ​ບູ​ຊາ​ເຈົ້າ​ຊີ​ວິ​ດ​ຮຸ່ງ” ແລະ ວັດ​ຖຸ​​ບູ​ຮານ​ທີ່​ມີ​ມ​າ​ແຕ​່ສະ​ໄໝ​​ປະ​ຖົມບູ​ຮານ​ຮອດ​ສະ​ຕະ​ວັດ​ທີ 19. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ເນື່ອງ​ໃນ​ໂອ​ກາດ​​ພິ​ທີໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ - ງານ​ບຸນ​ວິ​ຫານ​ຮຸ່ງ 2017. ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ມີ​ວັດ​​ບູ​ຮານ 500 ຢ່າງ ​ທີ່​ມີ​ມາ​ແຕ່ສະ​ໄໝ​​ປະ​ຖົມບູຮານ​ຮອດ​ສະ​ຕະ​ວັດ​ທີ 19 ​ທີ່​ແຕກ​ຕ່າງ​ກັ​ນ, ລ້ວນ​ແຕ່​ແມ່ນ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ລ້ຳ​ຄ່າ​ເຊິ່ງ​ບັນ​ດາ​ນັກ​ສະ​ສົມ​ທີ່​ສຸດ​ຈິດ​ສຸດ​ໃຈ​ຊອກ​ຫາ, ​ເ​ກັບ​ຮັກ​ສາ. ​ບັນ​ດາ​ວັດ​ຖຸ​ພັນ​ໄດ້​ເຮັດ​ດ້ວຍ​ຫີນ, ເຄື​່ອງ​ເຄືອບ​ດິນ​ເຜົາ, ທອງ… ​ ວັດ​ຖຸ​​ບູ​ຮານ​​ເຫຼົ່ານີ້ລ້ວ​ນ​ແຕ່​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ, ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ເຕັກ​ນິກ, ວິ​ຈິດ​​ຕະ​ກຳ​ລະ​ອຽດ​ລະ​ອໍ​ຂອງ​ຄົນ​ລຸ້ນ​ກ​່ອນໆ, ພ້ອມ​ທັງ​ເປັນ​ສິ່ງ​ພິ​​ສູດ​ໃຫ້​ເຫັນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ຖຸ, ຈ​ິດ​ໃຈ​ໃນ​ຕ​ະ​ຫຼອດ​ໄລ​ຍະ​ປະ​ຫວັດ​ສາດ, ສ້າງ​ພະ​ລັງ​ຊີ​ວິດທີ່​ຍືນ​ຍົງ​ຄົງ​ຕົວ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ