ວາ​ນ​ນົວ​ຕູ ຕີ​ລາ​ຄາ​ສູງບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ໂລກ

(VOVWORLD) -ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ກ່ຽວກັບກະສິກຳ - ປ່າໄມ້ - ການປະມົງ, ການຄ້າ - ການລົງທຶນ, ການທ່ອງທ່ຽວ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດແລ້ວ, ວານນົວຕູ ປາດຖະໜາຢາກຜັນຂະຫຍາຍການຮ່ວມມືກັບ ຫວຽດນາມ ໃນຂົງເຂດໃໝ່, ພິເສດແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສາທາລະນະສຸກ.
ວາ​ນ​ນົວ​ຕູ ຕີ​ລາ​ຄາ​ສູງບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ໂລກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ  ພ້ອມດ້ວຍພັນລະຍາ ຖ່າຍຮູບເປັນທີ່ລະນຶກ ກັບ ທ່ານປະທານາທິບໍດີ ວານນົວຕູ Nikenike Vurobaravu ພ້ອມດ້ວຍພັນລະຍາ (ພາບ:TTXVN)

ວັນທີ 28 ມີນາ, ຢູ່ນະຄອນຫຼວງ Port Vila ຂອງ ວານນົວຕູ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ ເຊິ່ງຮັບຜິດຊອບ 5 ປະເທດເກາະ ຢູ່ປາຊີຟິກ ໃຕ້ ໄດ້ເຂົ້າຍື່ນສານຕາຕັ້ງມາຍັງທ່ານປະທານາທິບໍດີ Vanuatu Nikenike Vurobaravu. ການນຳ ວານູວອນຕູ ໄດ້ຕີລາຄາສູງ ທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ, ພ້ອມທັງໃຫ້ຮູ້ວ່າ ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ກ່ຽວກັບກະສິກຳ - ປ່າໄມ້ - ການປະມົງ, ການຄ້າ - ການລົງທຶນ, ການທ່ອງທ່ຽວ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດແລ້ວ, ວານນົວຕູ ປາດຖະໜາຢາກຜັນຂະຫຍາຍການຮ່ວມມືກັບ ຫວຽດນາມ ໃນຂົງເຂດໃໝ່, ພິເສດແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສາທາລະນະສຸກ.

        ໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ກໍໄດ້ພົບປະ, ແລກປ່ຽນກັບການນຳບາງກະຊວງ, ຂະແໜງການຂອງ ວານນົວຕູ. ຫວຽດນາມ ແລະ ວານູວອນຕູ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ແຕ່ປີ 1982, ພາຍຫຼັງ ວານູວອນຕູ ຍາດເອົາເອກະລາດ.


ຕອບກັບ

ຂ່າວ/ບົດ​ອື່ນ