ວາລະຊັກຖາມຂອງຄະນະ ປະຈຳສະພາແຫ່ງຊາດ

ວາລະຊັກຖາມຂອງຄະນະ ປະຈຳສະພາແຫ່ງຊາດ - ảnh 1

ທ່ານລັດຖະມົນຕີກະຊວງຊັບພະຍາກອນແລະ ສິ່ງແວດລ້ອມຫງວຽນມິງກວາງ

(ພາບ: VGP/Thu Cúc)

(vovworld)- ​ກ່າວ​ຄວາມ​ເຫັນ​ສະຫຼຸບ​ວາລະ​ຊັກ​ຖາມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 29/9. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ບໍ່​ແຮ່, ທີ່​ດິນ ​ເພື່ອ​ໃຫ້​ແຫຼ່ງຊັບພະຍາກອນ​ນີ້​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ແທ້​ຈິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ຮຽກຮ້ອງ​ໃຫ້​ຂະ​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ສະໜອງ​ໜັງສື​ຢັ້ງຢືນ​ສິດ​ນຳ​ໃຊ້​ທີ່​ດິນ, ຈຳກັດ​ການ​ຟ້ອງ​ຮ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ, ສ້າງ​ກົນ​ໄກ​ເພື່ອ​ພັດ​ທະ​ນາຕະ​ຫຼາດ​ອະສັງຫະລິມະ​ຊັບ… ກ່ຽວ​ກັບ​ນະ​ໂຍບາຍ​ການ​ເງິນ, ​ເງິນຕາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ເຖິງ​​ເລື່ອງສືບ​ຕໍ່ຊຸກຍູ້​ນະ​ໂຍບາຍ​ການ​ເງິນ, ​ເງິນຕາ​​ໄປ​ຄຽງ​ຄູ່​ກັບ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​. ເຖິງ​ປີ 2015, ຫວຽດນາມ​ຈະມີ​ລະບົບ​ອົງການ​ສິນ​ເຊື່ອ​ການ​ເງິນ​ທີ່​ປອດ​ໄສ. ບັນດາ​ອົງການ​ການ​ເງິນ, ສິນ​ເຊື່ອ​ຕ້ອງ​ເຄື່ອນ​ໄຫວ​ຕາມ​ຄຸນ​ນະພາ​ບສາກົນ ​ແລະ ພາກ​ພື້ນ. ຂະ​ແໜງ​ການ​ເງິນ​ຈຳ​ເປັນ​ຕ້ອງ​ມີ​ມາດ​ຕະການ​ເພື່ອ​ທະວີ​ການ​ແກ້​ໄຂ​ໜິ້​ເສຍ​ຕື່ມ​ອີກ.
ສອງ​ບັນຫາ​ຕົ້ນຕໍ​ໃນ​ວາລະ​ຊັກ​ຖາມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດທີ່​ຈັດ​ຂຶ້ນໃນຕອນ​ເຊົ້າວັນ​ທີ 29/9 ​ແມ່ນ​ການ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ຟ້ອງ​ໃນ​ຂົງ​ເຂດ​ທີ່​ດິນ ​ແລະ ການຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ, ​ແຮ່​ທາດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

   ຕາມ​ການ​ຕີ​ລາຄາ​ຂອງ​ທ່ານ​ຫງວຽນ​ມິ​ງກວາງ, ລັດຖະມົນຕີ​ກະຊວງ​ຊັບພະຍາ ກອນ ​ແລະ ສິ່ງ​ແວດ​ລ້ອມ, ​ໃນ​ໄລຍະ​ຜ່ານ​ມາ, ອົງການ​ນີ້​ໄດ້​ເປັນ​ທີ່​ປຶກສາ​ໃຫ້​ລັດຖະບານ​ ​ໃນ​ການປະກາດ​ໃຊ້ບັນດາ​ເອກະສານ​ແນະນຳ​ເພື່ອ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ກົດໝາຍ​ວ່າ​ດ້ວຍ​ແຮ່​ທາດ.

  ກ່ຽວ​ກັບ​ສະພາບ​ຮ້ອງທຸກ, ກ່າວ​ຟ້ອງ​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ທີ່​ດິນ​ຍັງ​ເພີ່ມ​ຂຶ້ນ​, ​ໃນ​ນັ້ນມີ​ສາຍ​ເຫດ​ຍ້ອນ​ມີ​ຂໍ້​ຕິດ​ຂັດ​ໃນ​ການ​ປະກາດ​ໃຊ້​ເອກະສານ​ແນະນຳ​ການ​ປະຕິບັດ, ທ່ານ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ມີ​ຄຳ​ຕອບ​ວ່າ:

   “ຜ່ານບັນດາໄລຍະແຕກຕ່າງກັນ, ​ແຜນນະໂຍບາຍກ່ຽວກັບການນຳໃຊ້ຊັບພະຍາ ກອນທຳມະຊາດກໍ່ມີການປ່ຽນແປງ. ກົດໝາຍດ່ວຍດ້ວຍທີ່ດິນປີ 2013 ​ໃຫ້ຮູ້ວ່າ: ມີເອກະສານ 400 ສະບັບໄດ້ຖືກປະກາດໃຊ້ກ່ຽວຂ້ອງເຖິງການຊົດເຊີຍ, ບຸກເບີກໜ້າພຽງແຕ່ຄວມຮັບຜິດຊອບຕົ້ນຕໍແມ່ນທ້ອງຖິ່ນຕ່າງໆຕ້ອງຜັນຂະຫຍາຍການປະຕິບັດເອກະສານ“.
     ກ່າວ​ຄວາມ​ເຫັນ​ສະຫຼຸບ​ວາລະ​ຊັກ​ຖາມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 29/9. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​​ແຮ່ທາດ, ທີ່​ດິນ ​ເພື່ອ​ໃຫ້​ແຫຼ່ງຊັບພະຍາກອນ​ນີ້​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ແທ້​ຈິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ຮຽກຮ້ອງ​ໃຫ້​ຂະ​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ສະໜອງ​ໜັງສື​ຢັ້ງຢືນ​ສິດ​ນຳ​ໃຊ້​ທີ່​ດິນ, ຈຳກັດ​ການ​ຟ້ອງ​ຮ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ, ສ້າງ​ກົນ​ໄກ​ເພື່ອ​ພັດ​ທະ​ນາຕະ​ຫຼາດ​ອະສັງຫະລິມະ​ຊັບ… ກ່ຽວ​ກັບ​ນະ​ໂຍບາຍ​ການ​ເງິນ, ​ເງິນຕາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ເຖິງ​​ເລື່ອງສືບ​ຕໍ່ຊຸກຍູ້​ນະ​ໂຍບາຍ​ການ​ເງິນ, ​ເງິນຕາ​​ໄປ​ຄຽງ​ຄູ່​ກັບ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​. ເຖິງ​ປີ 2015, ຫວຽດນາມ​ຈະມີ​ລະບົບ​ອົງການ​ສິນ​ເຊື່ອ​ການ​ເງິນ​ທີ່​ປອດ​ໄສ. ບັນດາ​ອົງການ​ການ​ເງິນ, ສິນ​ເຊື່ອ​ຕ້ອງ​ເຄື່ອນ​ໄຫວ​ຕາມ​ຄຸນ​ນະພາ​ບສາກົນ ​ແລະ ພາກ​ພື້ນ. ຂະ​ແໜງ​ການ​ເງິນ​ຈຳ​ເປັນ​ຕ້ອງ​ມີ​ມາດ​ຕະການ​ເພີ່ມ​ທະວີ​ການ​ແກ້​ໄຂ​ໜິ້​ເສຍ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ