ວາລະຊັກຖາມແລະຕອບຄຳຊັກຖາມມື້ທີ2ຢູ່ກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13

 ວາລະຊັກຖາມແລະຕອບຄຳຊັກຖາມມື້ທີ2ຢູ່ກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13 - ảnh 1
(ບັນດາສະມາຊິກລັດຖະສະພາເຂົ້າຮ່ວມ
ວາລະຊັກຖາມ ແລະ ຕອບຄຳຊັກຖາມ)

(vovworld) –  ​ ການ​​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ, ການປ້ອງ​ກັນ ຕ້ານ​ການ​ສໍ້​ໂກງ​ດ້ານການ​ຄ້າ, ຮັບປະ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​​ສັງຄົມ​, ພັດທະນາຂະ​ແໜງ​ການທ່ອງທ່ຽວ, ຂະ​ແໜງ​ການ​ກະສິກຳ ​ແມ່ນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ ​​ເຊິ່ງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ໃນ​ຕອນ​ບ່າຍ​ວັນ​ທີ 17/11.       ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລ້ວ, ຫວຽດນາມ ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດຖະກິດ​​ສາກົນ. ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ 10 ສະບັບ ​ແລະ ກະກຽມ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015. ມາ​ຮອດ​ປີ 2025 ຫວຽດນາມ ຈະ​ລົງ​ນາມ​​ໃນ​ສັນ​ຍາ​ການ​ຄ້າ​ເສລີ​ຕື່ມ​ອີກ 10 ສະບັບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຊີ້​ແຈ້ງ​ວ່າ:

        “​ເມື່ອ​ເຊື່ອມ​ໂຍງ ບັນ​ຫາ​ທຳ​ອິດ​ແມ່ນ ຫວຽດນາມ ຕ້ອງ​ປ່ຽນ​ໃໝ່​ລະບົບ​​ເອກະສານ​ນິຕິ​ກຳ ​ແລະ ກົດໝາຍ ​ເພື່ອ​ກົມກຽວ​ກັບ​ວິວັດ​ການ​ເຊື່ອມ​ໂຍງ. ລັດຖະບານ​ໄດ້​ອະນຸມັດ​ຜ່ານ​ບັນດາ​ໂຄງການ​ໜູນ​ຊ່ວຍ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ກອງ​ປະຊຸມ​ສຳ​ມະ​ນາ…​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລື້​ງ​ເຄີຍກັບ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເທື່ອ​ລະ​ກ້າວ. ສຳລັບ​​ບັນດາ​ວິ​ສາ​ຫະກິດ, ​ເຂົ້າ​ເຈົ້າ​ກໍ່ ສ້າງຍຸດ​ທະ​ສາດ, ​ກຳນົດ​ແຜນ​ດຳ​ເນີນ​ງານ​ຂອງ​ຕົນ​ເພື່ອ​ເຊື່ອມ​ໂຍງ​”.

        ​ກ່ຽວຂ້ອງ​​ເຖິງ​​ເລື່ອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່ພໍ​ໃຈ​ເລື່ອງ ຫລາຍ​ທ້ອງ​ຖິ່ນ​ໄດ້​ກໍ່ສ້າງ​ບັນດາ​ເຂດ​ບໍລິຫານ​ລັດ​ດ້ວຍ​ມູນ​ຄ່າ​ສູງ ຟຸມ​ເຟືອຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຮຽກຮ້ອງ​ຢຸດຕິ​ການ​ກໍ່ສ້າງ.

ອະພິປາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮູ​ຍຮ່ວາງ ​ໃຫ້​ຮູ້​ວ່າ, ຫວຽດນາມ ​ໄດ້ ​ແລະ ພວມ​ເຈລະຈາ​ບາງ​ສັນຍາ​ການ​ຄ້າ​ທີ່​ສຳຄັນ​ເຊັ່ນ: ສັນຍາ TPP ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ… ​ເມື່ອ​ສັນຍາ​ເຫຼົ່າ​ນັ້ນ​ໄດ້​ຮັບ​ການເຈລະຈາສຳ​ເລັດ ມັນ​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ.

“ຄາດໝາຍ​ວາງ​ອອກ​ໃນ​ວິວັດ​ແຫ່ງ​ການ​ເຈລະຈາ, ນັ້ນ​ແມ່ນ​ຕ້ອງ​ຮຽກຮ້ອງ​ ບັນດາ​ຄູ່​ຮ່ວມ​ມື​ສະຫງວນ​ຜົນ​ປະ​ໂຫຍ​ດຕ່າງໆ ໃຫ້​ຫວຽດນາມ . ​ແລະ​ພວກ​ເຮົາ​ສາມາດ​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ນີ້​ໂດຍ​ພື້ນຖານ​ແລ້ວ “

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮູ​ຍຮ່ວາງ  ກໍ່​ຍົກ​ອອກ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ໂກງ​ທາງ​ດ້ານ​ການ​ຄ້າ, ການ​ແກ້​ໄຂ​ສະພາບ​ສິນຄ້າ​ປອມ.

        ສຳລັບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຫວຽດນາມ​ ແມ່ນ​ປະ​ເທດ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ກໍ່​ຊີ້​ແຈ້ງ​ບັນດາ​ມາດ​ຕະການ​ຮັບປະກັນ ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກໍ່​ຕອບ​ຄຳຊັກ​ຖາມ​ກ່ຽວ​ກັບ​ການ​ຮັບປະກັນຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ, ຮັບປະກັນ​ສຸຂະພາບ​ໃຫ້​ປະຊາຊົນ ​ແລະ ສິດຜົນປະ​ໂຫຍ​ດຂອງ​ຜູ້​ໃຊ້​ສອຍ…

        ​​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 17/11, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງຄົມມະນາຄົມ​ສົນ​ສົ່ງ ດິງລາ​ທັງ, ທ່ານ​ນາງ ​ລັດຖະມົນຕີ​ວ່າການ​ກະຊວງສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງສຶກສາ ຟ້າ​ມຫວຸລ້ວນ​ສືບ​ຕໍ່​ຕອບ​ຄຳ​ຊັກ​ຖາມ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ.

ຂ່າວ/ບົດ​ອື່ນ