ວາລະປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

ວາລະປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1
ທ່ານນາງ Pham Thi Hai Chuyen ລັດຖະ​ມົນຕີ​ກະຊວງ​ແຮງ​ງານ
ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຕອບຄຳຊັກຖາມ
ພາບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 21/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ວາລະ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດ ກັບ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຊັກ​ຖາມ​ທ່ານນາງ Pham Thi Hai Chuyen ລັດຖະ​ມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພວມ​ສົນ​ໃຈ.  ນັ້ນ​ແມ່ນ​ການ​ປະຕິບັດ​ນະ​ໂຍບາຍ​ສອນ​ວິຊາ​ຊີບ, ສ້າງ​ວຽກ​​ເຮັດ​ງານ​ທຳໃຫ້​ແກ່ຊາວ​ຫນຸ່ມ​ຊົນ​ນະ​ບົດ ​ແລະ ປະຊາຊົນຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ບັນຫາ​ຄຸ້ມ​ຄອງ​ຄົນ​ງານຕ່າງປະ​ເທດ​ທີ່​ພວມ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ຊັກ​ຖາມ, ທ່ານນາງ Nguyen Thi Kim Ngan ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເຫ​ນີວ່າ:

        “​ເພື່ອ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ, ຮັບປະກັນພາລະ​ຫນ້າ​ທີ່​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ສະ​ເຫ​ນີທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສືບ​ຕໍ່​ຊີ້​ນຳ​ປະຕິບັດ​ການ​ສອນ​ວິຊາ​ຊີບ​ໃຫ້​ມີ​ປະສິດທິ​ຜົນ ຕິດ​ພັນ​ກັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ​ນັບ​ທັງ​ຈຳນວນ ​ແລະ ຄຸນ​ນະພາ​ບກ່ຽວ​ກັບ​ອົງ​ປະກອບ​ຂະ​ແຫນງ​ອາຊີບ ​ແລະ ລະດັບການ​ບຳລຸງ​ສ້າງ.”

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ດຳ​ເນີນ​ການ​ຊັກ​ຖາມ​ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ກ່ຽວ​ກັບ​ບັນຫາ​ຫນິ້​ເສຍ ​ແລະ ​ໂຄງ​ປະກອບ​ລະບົບ​ທະນາຄານ​ການ​ຄ້າ.

 

ຂ່າວ/ບົດ​ອື່ນ