ວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

(VOVWORLD) -ທ່ານປະທານປະເທດຖືວ່າ, ນີ້ແມ່ນບັນຫາຈຳເປັນໃນສະພາບປະຈຸບັນ, ເມື່ອການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນໄປຢ່າງແຮງ.
ວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1ວາລະປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ
(ພາບ: TTXVN)

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ໄດ້ເປັນປະທານວາລະປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເພື່ອພິຈາລະນາ ປະກອບຄຳເຫັນໃສ່ແຜນຮ່າງ “ປ່ຽນແປງໃໝ່ ແລະ ສ້າງກົນໄກປະຊາຊົນເຂົ້າຮ່ວມການພິພາກສາຢູ່ສານໃຫ້ສົມບູນແບບ ຕອບສະໜອງຄວາມຮຽກຮ້ອງການປະຕິຮູບຕຸລາການ” ແລະ ບົດລາຍງານຮັບເອົາຄຳເຫັນກ່ຽວກັບແຜນນນະໂຍບາຍປະກາດໃຊ້ຂໍ້ກຳນົດຈັດຕັ້ງວາລະພິພາກສາທາງອອນລາຍຢູ່ສານ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຈິດໃຈປ່ຽນແປງໃໝ່, ປະຕິຮູບຕຸລາການ. ສຳລັບຂໍ້ສະເໜີປະກາດໃຊ້ຂໍ້ກຳນົດຈັດຕັ້ງວາລະພິພາກສາທາງອອນລາຍ, ທ່ານປະທານປະເທດຖືວ່າ, ນີ້ແມ່ນບັນຫາຈຳເປັນໃນສະພາບປະຈຸບັນ, ເມື່ອການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນໄປຢ່າງແຮງ. ຕາມນັ້ນແລ້ວ, ການພິພາກສາຕ້ອງຮັບປະກັນຄວາມສະດວກ, ປອດໄພ, ຮັກສາຄວາມລັບ, ແໜ້ນແຟ້ນໃນວິວັດທະນາການໂຕ້ຄວາມ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສືບຕໍ່ສ້າງແຜນຮ່າງດັ່ງກ່າວໃຫ້ສົມບູນແບບ, ນຳເຂົ້າໂຄງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ