ວາລະປະຊຸມຄັ້ງທີ1ອະນຸກຳມະກາບຸກຄະນະລາກອນແລະແກ້ໄຂການຮ້ອງທຸກ,ກ່າວຟ້້ອງຂອງສະພາເລືອກຕັ້ງແຫ່ງຊາດ

ວາລະປະຊຸມຄັ້ງທີ1ອະນຸກຳມະກາບຸກຄະນະລາກອນແລະແກ້ໄຂການຮ້ອງທຸກ,ກ່າວຟ້້ອງຂອງສະພາເລືອກຕັ້ງແຫ່ງຊາດ - ảnh 1
ພາບ​ປະ​ກອບ
(ພາບ: TTXVN)


(vovworld) –​ ​​ ອ​ະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າວ​ຟ້ອງ​ຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ໃນ​ວັນ​ທີ 06/01, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ​ ແລະ ແກ້​ໄຂ​ການຮ້ອງ​ທຸກ, ກ່າວ​ຟ້ອງ. ທີ່ກອງ​ປະ​ຊຸມ, ທ່ານ​​ນາງຮອງ​ປະ​​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊີ້​ແຈ້ງວ່າ, ອ​ະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າວ​ຟ້ອງແມ່ນ​ອົງ​ການ​ເສ​ນາ​ທິ​ການ, ຊ່ວຍ​ວຽກ​ໃຫ້​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽ​ກ​ງານ​ບຸກ​ຄະ​ລາ​ກອນ​ ແລະ ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າ​ວ​ຟ້ອງ​ໃນ​ວຽກ​ງານ​ເລື່ອງ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ໃຫ້​ວຽກ​ງານ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸ​ດ​ທີ 14 ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 – 2020 ​ຖືກ​ຕ້ອງຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ສະ​ມາ​ຊິກ​ໃນ​ອະ​ນຸ​ກຳ​ມະ​ການ​ໄດ້​ປຶກ​ສາ​ຫາ​ລື, ໃຫ້​ຄຳ​ເຫັນ​​ກ່ຽວ​ກັບ: ຮ່າງລະ​ບຽ​ບການ​ເຮັດ​ວຽກ​ຂອງ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ​ການແກ້​ໄຂ​​ຮ້ອງ​ທຸກ, ກ່າ​ວ​ຟ້ອງ; ຮ່າງ​ມະ​ຕິ​ຈັດ​ແບ່ງ​ໜ້າ​ທີ່​​ໃຫ້ບັນ​ດາ​ສະ​ມາ​ຊິກ​ໃນ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າ​ວ​ຟ້ອງ; ລາຍ​ການ​ບັນ​ດາ​ກອງ​ປະ​ຊຸມ​ຂອງ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າ​ວ​ຟ້ອງ.



ຂ່າວ/ບົດ​ອື່ນ