ວຽກງານການຕ່າງປະເທດປ້ອງກັນຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ

ວຽກງານການຕ່າງປະເທດປ້ອງກັນຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ - ảnh 1
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ດວງໃຈ ພິຈິດ
ພາບ: vietnamplus.vn

(vovworld)-  ​ໃນ​ໄລຍະ 3 ປີຜ່ານມາ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມະຕິ, ​ແຜນການ, ​ໂຄງການ, ​ແຜນ​ຮ່າງ, ຂໍ້​ຕົກລົງ ​ແລະ ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ພົ້ນ​ເດັ່ນ​ແມ່ນ​ສ້າງ​ມະຕິກ່ຽວ​ກັບ​ການ​ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ຕ່າງ​ປະ​ເທດ​ປ້ອງ​ກັນຊາ​ດ, ​ແຜນຮ່າງ​ກອງທັບ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫ​ວຮັກສາ​ສັນຕິພາບ​ຂອງ ສປຊ. ມາ​ຮອດ​ປະຈຸ​ບັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ເປີດ​ທູດ​ທະຫານ ຢູ່ 34 ປະ​ເທດ ​ແລະ ມີ 45 ປະ​ເທດ ​ສ້າງ​ຕັ້ງ​ທູດ​ທະຫານ​ຢູ່ ຫວຽດນາມ. ວຽກ​ງານ​ການ​ຕ່າງປະ​​ເທດ​ປ້ອງ​ກັນຊາ​ດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ສະພາບ​ແວດ​ລ້ອມ​ແຫ່​ງສັນຕິພາບ, ຍາດ​ແຍ່າງ​ບັນດາ​ເງື່ອນ​ໄຂ​ສາກົນ​ທີ່​ສະດວກ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ເອກະລາດ, ອະ​ທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມສະຫລຸບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປ້ອງ​ກັນຊາ​ດ​ໄລຍະ 2011-2013, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງ​ປະ​ເທ​ດຫວຽດນາມ ຟ້າ​ມບີ​ງມີ​ງ ສະ​ເຫ​ນີວ່າ:

“ກະຊວງ​ປອ້ງກັນ​ປະ​ເທດ​ຄວນ​ເພີ່ມ​ທະວີ​ກວ່າ​ອີກການ​ປະສານ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ​ໃນ​ເວທີ​ປາ​ໄສ​ຂອງ​ພາກ​ພື້ນ, ບັນດາ​ເວທີ​ປາ​ໃສ ອາຊີ​ຕາ​ເວັນ​ອອກ​ ​ແລະ ​ເຂົ້າຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ ສປຊ ​ເພື່ອ​ຈາກ​ນັ້ນ ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ປະ​ກອບສ່ວນ​ເຂົ້າ​ໃນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງຫນ້າ.”

ຂ່າວ/ບົດ​ອື່ນ