ວຽກງານການທູດປະກອບສ່ວນຮັກສາສັນຕິພາບ,ສະຖຽນລະພາບເພືື່ອພັດທະນາ

ວຽກງານການທູດປະກອບສ່ວນຮັກສາສັນຕິພາບ,ສະຖຽນລະພາບເພືື່ອພັດທະນາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:vov

(vovworld)- ​ ​​​ ​ຕອນ​ເຊົ້​າ​ວັນ​ທີ 22/8, ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ” - ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ” ໄດ້​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປ​ະ​ຊ​ຸມ, ທ່ານ​ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ  ເນັ້ນ​ຫນັກ​ວ່າ: ໃນ​ກວ່າ 70 ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ປະ​ທານ​ໂຮ່​ຈິ​ມີນ, ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ໄດ້​ສ້າງ​ຜົນ​ງານ​ສະ​ຫງ່າ​ລາ​ສີ​ຫລາຍ​ຢ່າງ, ສ້າງ​ທິດ​ທາງ​ການ​ທູດ​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ເມື່ອ​ໄຈ້​ແຍກ​ສະ​ພາບ​ການ​ຢູ່ພາຍ​ໃນ ແລະ ສາ​ກົນໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ: ຂ​ະ​ແຫນງ​ການ​ທູດ​ຄວນ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ ແລະ ມອບ​ຫນ້າ​ທີ່​ລະ​ອຽດ​ໃຫ້​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ​ ສ​ັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄ້​ວາ, ສະ​ຫນອງ​ຂໍ້​ມູນ​ຂ່າວ​ຊ່ວຍ​ໃຫ້​ການ​ນຳ​ມີ​ການ​ຕີ​ລ​າ​ຄາ​ຢ່າງ​ຊັດ​ເຈນ, ທັນ​ການ​ເພືື່ອ​ຊີ້​ນຳ, ບໍ​ລິ​ຫານ​ພື້ນ​ຖານ​ເສດ​ຖະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ປະ​ເທ​ດ​ໃຫຍ່, ເພື່ອນ​ມິດ​ທີ​່​ເປັນ​ມູນ​ເຊື້ອ, ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ​ປະ​ຊາ​ຄົມ ອ​າ​ຊຽນ. ຢືດ​ໝັ້ນ​ແຜນ​ນະ​ໂຍບ​າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.”

        ທີ່ກອງ​ປະ​ຊຸມ, ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວ​ງ​ຕຳ​ຫລວດ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງພັກ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ມີ​ບົດ​ປະ​ກອບ​ຄຳ​ເຫັນ​ຍົກ​ໃຫ້​ເຫັນ​ບັນ​ດາ​ຜົນ​ງານ​ຊື່ງ​ຂະ​ແຫນງ​ການ​ທູດ​ຍາດ​ມາ​ໄດ້, ຕ​ີ​ລາ​ຄາ​ສູງວຽກ​ງານ​ການ​ສົ​ມ​ທົບ​ລະ​ຫວ່າງ​​ຂະ​ແຫນງ​ການ​ທູດ​ກັບ​ບັນ​ດາ​ຂະ​ແຫນງ​ໃນ​ແນວ​ໂຮມ​ການ​ຕ່າ​ງ​ປະ​ເທດ, ທິດ​ທາງ, ມາດ​ຕະ​ການ​ຊຸກ​ຍູ້​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ​ທຸກ​ເສົາ​ຄ້ຳ​ກໍ​ຄ​ື​ເພ​ີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ​້ນ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ