ວຽກງານປະຕິຮູບຕຸລາການຕ້ອງຕອບສະໜອງຄຳຮຽກຮ້ອງໃນໄລຍະໃໝ່

ວຽກງານປະຕິຮູບຕຸລາການຕ້ອງຕອບສະໜອງຄຳຮຽກຮ້ອງໃນໄລຍະໃໝ່ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 9/1, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ປະຕິ​ຮູບ​ຕຸລາການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​​ສະຫລຸບການ​ເຄື່ອນ​ໄຫວ​ປີ 2015, ຜັນ​ຂະຫຍາຍ​ວຽກ​ງານ​ປີ 2016. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ປະຕິ​ຮູບ​ຕຸລາການ​ສູນ​ກາງ​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນ​ັ້ນໜັກ​ວ່າ: ວຽກ​ງານ​ປະຕິ​ຮູບ​ຕຸລາການ​​ໂດຍ​ອຳນາດ​ການ​ປົກຄອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ​້ອງມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ​ ມີຄວາມ​ຮັບຮູ້​ກ່ຽວກັບ​ອຳນາດ​ຕຸລາການ ​ແລະ ລັດ​ແຫ່ງ​ອຳນາດ​ນິ​ຕິ​ບັນຍັດ​ໄດ້​ຍົກ​ສູງ​ຂຶ້ນ. ​ໂດຍ​ຮັບ​ຮູ້ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ທ່ານ​ປະທານ​ປະ​ເທດຖື​ວ່າ: ປີ 2016 ​ແມ່ນ​ປີ​ທຳ​ອິດ​ປະຕິບັດ​ມະ​ຕິກ​ອງປະຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ, ພ້ອມ​ທັງ​​ແມ່​ນປີ ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ດັ່ງ​ນັ້ນ ວຽກ​ງານ​ປະຕິ​ຮູບ​ຕຸລາການ​ຕ້ອງ​ມະ​ນາ​ພະຍາຍາມ​ຫຼາຍ​ກ່ວາ​ອີກ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​​ໄລຍະ​ໃໝ່:

        “​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ, ​ໄປຄຽງ​ຄູ່​ກັບ​ບັນດາ​ສິ່ງ​ສະ​ດວ​ກ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ, ຂະ​ແໜງ​ຕຸລາການ​ຕ້ອງ​ມານະ​ພະຍາຍາມ​ທັງ​ດ້ານ​ປະລິມ​ານ ​ແລະ ຄຸນ​ນະພາ​ບ, ປະກອບສ່ວນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ. ປັດ​​ໄຈ​ທີ່​ຂາດ​ບໍ່​ໄດ້, ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ແມ່ນ​ສ້າງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ​ໃນ​ນັ້ນ​ມ​ີ​ເນື້ອ​ໃນ​ກ່ຽວ​ກັບ​ຕຸລາການ ​ແລະ ປະຕິ​ຮູບ​ຕຸລາການ ດັ່ງ​ນັ້ນ​ຕ້ອງ​ສືບ​ຕໍ່​ປະຕິບັດ​ໃນ​ປີ 2016 ​ເປັນ​ຢ່າງ​ດີ.”


ຂ່າວ/ບົດ​ອື່ນ