ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ

(VOVWORLD) -ວັນທີ 7 ມັງກອນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021.

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທົ່ວກອງທັບ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດ ດ້ານປ້ອງກັນຊາດ ໃນປີ 2021ຢ່າງມີປະສິດທິຜົນ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຮຽກຮ້ອງວ່າໃນປີ 2022, ບັນດາອົງການ, ກົມກອງຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຕອບສະໜອງເປົ້າໝາຍຍຸດທະສາດ, ເປັນເຈົ້າການໃນການຍົກອອກຂໍ້ລິເລີ່ມ ແລະ ຕັ້ງໜ້າເຂົ້າຮ່ວມການປະຕິບັດສຳເລັດລະບອບລະບຽບການ, ກົນໄກຮ່ວມມືດ້ານປ້ອງກັນຊາດໃນຂອບເຂດອາຊຽນ ແລະ ໂດຍອາຊຽນນຳໜ້າພາທາງ, ຍູ້ແຮງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຕາມທິດເປີດກ້ວາງຂົງເຂດ ແລະ ບໍລິເວນ, ຮັບໃຊ້ບັນດາເປົ້າໝາຍຂອງການເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບການປ້ອງກັນຊາດ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ພ້ອມທັງ ຍູ້ແຮງການໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ທະເລໝູ່ເກາະ, ຕັ້ງໜ້າຕໍ່ສູ້ກັບບັນດາຖ້ອຍທຳນອງທີ່ຜິດພາດເສກສັນປັ້ນແຕ່ງ ຂອງກຳລັງທີ່ເປັນປໍລະປັກ, ປະຕິການ. 

ຕອບກັບ

ຂ່າວ/ບົດ​ອື່ນ