ສິງກະໂປແລະຫວຽດນາມພວມມີສາຍພົວພັນອົບອຸ່ນແລະໃນຫຼາຍແງ່ມູມ

ສິງກະໂປແລະຫວຽດນາມພວມມີສາຍພົວພັນອົບອຸ່ນແລະໃນຫຼາຍແງ່ມູມ - ảnh 1
ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ສິງ​ກາ​ໂປ Halimah Yacob
(ພາບ: baotintuc.vn)

(vovworld) – ​ ​ ຕໍ່ໜ້າການຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ສິງ​ກາ​ໂປ Halimah Yacob, ​ໃນລະຫວ່າງ​ວັນ​ທີ 2-4/4, ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານຫວຽດນາມ ປະຈຳ​ສິງ​ກາ​ໂປ, ​ທ່ານ​ນາງ Yacob ໄດ້ຢືນຢັນ​ວ່າ: ການ​​ຢ້ຽມຢາມຫວຽດນາມ​ ຂອງ​ຄະນະສະມາຊິກສະພາ​ແຫ່ງ​ຊາດ​ສິງ​ກາ​ໂປ ​ໃນຄັ້ງ​ນີ້, ​ ​ໄດ້​ພິສູດ​ໃຫ້​ເຫັນ​ການ​ພົວພັນ 2 ຝ່າຍ​ທີ່​ດີງາມ​ລະຫວ່າງ​ສິງ​ກາ​​ໂປ ​ແລະ ຫວຽດນາມ. ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​​ໃຫ້ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະເທດ​ແລກປ່ຽນຄຳ​ເຫັນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ. ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ນອກ​ຈາກ​​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລ້ວ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ສິງ​ກາ​ໂປ Halimah Yacob ຍັງ​ມີ​ການ​ພົບ​ປ​ະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ທ່ານ​ປະທານສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ແລະ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ.  ຕາມ​ທ່ານ​ນາງ Halimah Yacob ​ແລ້ວ, ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສິງ​ກາ​ໂປ ​ແລະ ຫວຽດນາມ ​​ພວມມີ​ຄວາ​ມ​ອົບ​ອຸ່ນ, ​ໃກ້ຊິດສະໜິດສະໜົມ ​ແລະ ​ໄດ້​ສະ​ແດງ​​ໃຫ້​ເຫັນຜ່ານ​ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ, ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ເປັນປະຈຳ​, ບັນດາການ​ຢ້ຽມຢາມ​ 2 ຝ່າຍ ​ແລະ ​ເລື່ອງ 2 ປະ​ເທດ​​ພົບ​ປະ​ແລກປ່ຽນ​ເປັນ​ປະຈຳ ​ແລະ ຮັກສາ​ການ​ພົບ​ປະ​ເຊິ່ງກັນ​ແລະ​ກັນທີ່ບັນດາ​ກອງ​ປະ​ຊຸມ​ລັດຖະສະພາ​ໃນ​ພາກ​ພື້ນ ​ແລະ ສາກົນຄື​: ສະຫະພັນ​ລັດຖະສາ​ພາສາ​ກົນ (IPU) ​ແລະ ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ​ເຊິ່ງສິງ​ກາ​ໂປ ​ແລະ ຫວຽດນາມ ລ້ວນ​ແຕ່​ເປັນ​ສະມາຊິກ.


ຂ່າວ/ບົດ​ອື່ນ