ສິງກາໂປ ສະເໜີມາດຕະການ ຫລຸດຜ່ອນຄວາມເຄັ່ງຕຶງໃນ ທະເລຕາເວັນອອກ

ສິງກາໂປ ສະເໜີມາດຕະການ ຫລຸດຜ່ອນຄວາມເຄັ່ງຕຶງໃນ ທະເລຕາເວັນອອກ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກາ​ໂປ Ng Eng Hen
(ພາບ:dantri.com.vn)

(vovworld) - ວັນ​ທີ 2/6, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກາ​ໂປ Ng Eng Hen ​ໄດ້​ສະ​ເໜີ​​ໃຫ້ກອງທັບ​ບັນດາ​ປະ​ເທດ ອາ​ຊີ ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພິພາດອະທິປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ Shangri – La ຄັ້ງ​ທີ 12 ຢູ່ ສິງ​ກາ​ໂປ, ທ່ານລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກາ​ໂປ Ng Eng Hen ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ຄວາມ​ເຄັ່ງ​ຕຶງທີ່​ພວມ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ, ຖື​ວ່າ, ບັນດາ​ການ​ພິພາດ​ອະທິປະ​ໄຕ​ລະຫວ່າງ ຈີນ ​ແລະ ບັນດາ​ປະ​ເທດ​​ບ້ານໃກ້​​ເຮື​ອນຄຽງ​ອາຊີ ອາດ​ຈະ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ຄວນ​ຊຸກຍູ້​ການ​ຮ່ວມ​ມື​ແທດ​ຈິງ, ພິ​ເສດ​ແມ່ນ​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ, ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ລັດຖະມົນຕີ Ng Eng Hen ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ ອາຊີ ສ້າງ​ບັນດາ​ຊ່ອງ​ຂໍ້​ມູນ​ຂ່າວສານ ​ແລະ ກົນ​ໄກ​ຮ່ວມ​ມື​ທຸກ​ຂັ້ນ ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ ຫຼື ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​.

    ກ່ອນ​ໜ້າ​ນັ້ນ, ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ປະ​ເທດທີ່​ມີ​ການຖະ​ແຫຼ​ງ​ອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ ​ເຂົ້າຮ່ວມ​ຂໍ້​ຕົກລົງ​ບໍ່​ນຳ​ໃຊ້ກຳລັງ​ອາວຸດ, ສ່ວນ ບຣູ​ໄນ ສະ​ເໜີ​ສ້າງ​ຕັ້ງ​ສາຍ​ໂທລະ​ຊັບ​ດ່ວນ​ເພື່ອ​ຫລຸດຜ່ອນຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ.

 

ຂ່າວ/ບົດ​ອື່ນ