ສິງກາໂປແມ່ນໜຶ່ງໃນບັນດານັກລົງທຶນອັນດັບໜຶ່ງເຂົ້າ ຫວຽດນາມ

ສິງກາໂປແມ່ນໜຶ່ງໃນບັນດານັກລົງທຶນອັນດັບໜຶ່ງເຂົ້າ ຫວຽດນາມ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ້ກ ຕ້ອນ​ຮັບ
ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສິງ​ກາ​ໂ​ປ ປະຈຳ)

(vovworld) -   ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ້ກ ​ໃນ​ການ​ຕ້ອນ​ຮັບ ທ່ານ ອື​ງຕີກຮຽນ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມສິງ​ກາ​ໂ​ປ ປະຈຳ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ້ກ​​ຖືວ່າ : ປີ 2015 ທີ່​ເປັນ​ຂີດໝາຍ​ສຳຄັນ​ໃນ​ປະຫວັດ​ສາດ ສິງ​ກາ​​ໂປ ພາຍຫຼັງ​ 50 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ (9/8/1965 – 9/8/2015) ດ້ວຍ​ທີ່​ຕັ້ງ ແລະ ບັນ​ບາດ​ນັບ​ມື້ນັບ​ສູງໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟີກ ​ແລະ ​​ໃນໂລກ. ດັ່ງ​ນັ້ນ, ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ້ກ ສະ​ເໜີ ສິງ​ກາ​​ໂປ ​ສືບຕໍ່​ຊ່ວຍ​ເຫຼືອ ຫວຽດນາມ​ເພີ່ມ​ທະວີ​ການຂາ​ອອກບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າແຮງ​ຂອງ ຫວຽດນາມ ​ເຂົ້າ​ຕະຫລາດ​ ສິງກາ​​ໂປ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຜະລິດ​ຕະພັນ​​ເຫຼົ່ານີ້​ເຂົ້າ​ຮ່ວມລະບົບ​ຂາຍຍ່ອຍ​ຢູ່​ສິງ​ກາ​​ໂປ ກໍ​ຄື​ຂາ​ອອກ​ໄປຍັງ​ປະ​ເທດ​ທີ 3.

          ສ່ວນ ທ່ານ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສິງ​ກາ​​ໂປ ປະຈຳ​ຢູ່ ຫວຽດນາມ ອື​ງຕີກຮຽນ ຢືນຢັນ​​ວ່າຈະ​ເຮັດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອປະ​ກອບສ່ວນ​ໃຫ້​ແກ່​ການ​​​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາຢ່າງ​ໝັ້ນຄົງ.

          ປະຈຸບັນ ສິງ​ກາ​​ໂປ ມີ​​ໂຄງການ​ລົງທຶນ​ຢູ່ ຫວຽດນາມ 1.300 ກວ່າ​ໂຄງ​ການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ 32,7 ຕື້ USD.
ຂ່າວ/ບົດ​ອື່ນ