ສົງຄາມດ້ານງົບປະມານຢູ່ອາເມລິກາ ໄດ້ສິ້ນສຸດລົງ ໂດຍຊົ່ວຄາວ

ສົງຄາມດ້ານງົບປະມານຢູ່ອາເມລິກາ ໄດ້ສິ້ນສຸດລົງ ໂດຍຊົ່ວຄາວ - ảnh 1
(ພາບປະກອບ: AFP)

(vovworld) - ວັນ​ທີ 16/01, ສົງຄາມ​ດ້ານ​ງົບປະມານ​ຢູ່​ອາ​ເມ​ລິ​ກາ ​ທີ່​ແກ່ຍາວ​​ເປັນ​ເວລາ 4 ປີຜ່ານມາ​ທີ່​ກ່ຽວຂ້ອງ​ເຖິງ​ລາຍ​ຈາ​ຍງົບປະມານ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ, ໄດ້​ສິ້ນ​ສຸດ​ລົງ​ໂດຍ​ຊົ່ວ​ຄາວ ພາຍຫຼັງ​ທີ່​ສະພາ​ສູງ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລາຍ​ຈາ​ຍງົບ​ປະມານ​ໃນ​ປີ​ການ​ເງິນ 2014. ນີ​ແມ່ນ​ບາດກ້າວ​ສຳຄັນ, ພາຍຫຼັງ 3 ​ເດືອນ​ທີ່​ລັດຖະບານ​ສະຫະລັດ​ຕ້ອງ​ອັດ​ປະ​ຕູ້​ເປັນ​ເວລາ 16 ວັນ ​ໃນ​ຕົ້ນ​ເດືອນ 10/2013 ຍ້ອນ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ນະ​ໂຍບາຍ​ໃຊ້​ຈາ​ຍ ​ແລະ ຫຼຸດຜ່ອນ​ລາຍ​ຈາ​ຍງົບ​ປະມານ​ເກີນ​ດຸນ.

        ​ແຜນການ​ລາຍ​ຈາ​ຍງົບປະມານ​ໃຫ້​ບັນດາ​ກະຊວງ​ຂະ​ແໜງ​ການໃນ​ປີ​ການ​ເງິນ 2014 ​ແມ່ນ​ເອກະສານ​ປະ​ນິປະນອມ​ດ້ານ​ການ​ເມືອງ​ລະຫວ່າງ​ບັນດາ​ນັກ​ນິຕິ​ບັດ​ຍັດ​ຂອງ​ພັກສາທາ​ລະນະ ທີ່ກວມ​ສ່ວນ​ຫຼາຍ​ຢູ່​ສະພາ​ຕໍ່າ ​ແລະ ພັກ​ປະຊາທິປະ​ໄຕ​ຮັກສາສິດຄວບ​ຄຸມ​ຢູ່​ສະພາ​ສູງ. ​ແຜນການ​ນີ້​​ລວມມີບວງ​ເງິນ​ໃຊ້​ຈາ​ຍ​ໃຫ້ການ​ປະຕິບັດ ObabaCare ​ເຊິ່ງກ່ອນ​ນັ້ນ ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກສາ​ທາ​ລະນະ ​ເດັດ​ດ່ຽວຕັດ​ຄ້ານ, ພ້ອມ​ທັງ​ລົບ​ລ້າງ​ໄພ​ງົບປະມານ​ສະຫະລັດ​ຫຼຸດ​ລົງແບບ​ອັດຕະ​ໂນ​ມັດ ຄື​ດັ່ງ​ທີ່​​ເຄີຍ​ເກີດ​ຂຶ້ນ​ໃນ​ປີ​ການ​ເງິນ 2013.

ຂ່າວ/ບົດ​ອື່ນ