ສົງ​ຄາມ​ຢູ່​ຕາ​ເວັນ​ອອກ​ກາງ: ສົງ​ຄາມ​ຢູ່ເຂດ ກາ​ຊາ ອາດ​ຈະ​ແກ່​ຍາວ​ໃນຫຼາຍ​ປີ

(VOVWORLD) -  ຜູ້ນຳກະຊວງປ້ອງກັນປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ ບັ້ນຕໍ່ສູ້ຢູ່ເຂດ ກາຊາ ໃນປັດຈຸບັນ ແມ່ນຍາວນານ, ຫຍຸ້ງຍາກ ແລະ ສິ້ນເບື້ອງຫຼາຍ, ແຕ່ຈຳເປັນຕ້ອງດຳເນີນ. 
ສົງ​ຄາມ​ຢູ່​ຕາ​ເວັນ​ອອກ​ກາງ: ສົງ​ຄາມ​ຢູ່ເຂດ ກາ​ຊາ ອາດ​ຈະ​ແກ່​ຍາວ​ໃນຫຼາຍ​ປີ - ảnh 1ທະຫານ ອິດສະຣາແອັນ ຢູ່ Khan Younis ເຂດ ກາຊາ (ພາບ: REUTERS)

ວັນທີ 26 ທັນວາ, ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຖະແຫຼງວ່າ ບັ້ນບຸກໂຈມຕີຂອງກອງທັບປະເທດນີ້ເຂົ້າເຂດ ກາຊາ ເພື່ອດັບສູນກຳລັງ ຮາມາດ ອາດຈະແກ່ຍາວໃນຫຼາຍເດືອນ, ຊ້ຳບໍ່ໜຳ ອາດຈະແກ່ຍາວໃນຫຼາຍປີ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອິດສະຣາແອັນ, ຜູ້ນຳກະຊວງປ້ອງກັນປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ ບັ້ນຕໍ່ສູ້ຢູ່ເຂດ ກາຊາ ໃນປັດຈຸບັນ ແມ່ນຍາວນານ, ຫຍຸ້ງຍາກ ແລະ ສິ້ນເບື້ອງຫຼາຍ, ແຕ່ຈຳເປັນຕ້ອງດຳເນີນ. ກ່ອນໜ້ານັ້ນ, ທ່ານພົນຕີ Herzi Halevi  ຫົວໜ້າເສນາທິການກອງທັບ ອິດສະຣາແອັນ ກໍກ່າວເຕືອນວ່າ ສົງຕາມຢູ່ເຂດ ກາຊາ ອາດຈະຕ້ອງແກ່ຍາວໄປຫຼາຍເດືອນຕື່ມອີກ.

ກ່ຽວກັບສະພາບການປະທະກັນຢູ່ເຂດຊາຍແດນລະຫວ່າງ ອິດສະຣາແອັນ ແລະ ລີບັງ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ມີທະຫານປະເທດນີ້ຢ່າງໜ້ອຍສຸດ 9 ຄົນ ຖືກບາດເຈັບ ໃນບັ້ນບຸກໂຈມຕີດ້ວຍລູກສອນໄຟ ໂດຍກຳລັງ Hezbollah ດຳເນີນ ແນ່ໃສ່ໂບດກາໂຕລິກແຫ່ງໜຶ່ງຢູ່ເຂດ Iqrit, ທາງພາກເໜືອ ອິດສະຣາແອັນ ໃນຕອນເຊົ້າວັນທີ 26 ທັນວາ. ນອກຈາກການບຸກໂຈມຕີທີ່ກໍ່ຄວາມບາດເຈັບລົ້ມຕາຍນີ້ແລ້ວ, Hezbollah ຍັງຍິງລູກສອນໄຟແນໃສ່ເຂດ Dovev, Yiftah ແລະ ຈອມ Dov ຢູ່ພາກເໜືອ ອິດສະຣາແອັນ, ແຕ່ບໍ່ກໍ່ຄວາມບາດເຈັບລົ້ມຕາຍ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ