ສູ້​ຊົນ​ນຳ​ແຂວງ​ຊອກ​ຈັງ ​ກາຍ​ເປັນ​ແຂວງ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫ​ວຽດ​ນາມ

(VOVWORLD) - ຕາມການວາງແຜນຜັງແລ້ວ, ຮອດປີ 2030, ແຂວງ ຊອກຈັງ ຈະແມ່ນໜຶ່ງໃນບັນດາແຂວງທີ່ພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ສູ້​ຊົນ​ນຳ​ແຂວງ​ຊອກ​ຈັງ ​ກາຍ​ເປັນ​ແຂວງ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫ​ວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 9 ຕຸລາ, ຢູ່ແຂວງ ຊອກຈັງ, ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ຊອກຈັງ ໄດ້ຈັດກອງປະຊຸມປະກາດ ແຜນຜັງແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

ຕາມການວາງແຜນຜັງແລ້ວ, ຮອດປີ 2030, ແຂວງ ຊອກຈັງ ຈະແມ່ນໜຶ່ງໃນບັນດາແຂວງທີ່ພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໃນນັ້ນ ອັດຕາການເຕີບໂຕຍອດຜະລິດຕະພັນພາຍໃນແຂວງ ຄິດສະເລ່ຍບັນລຸ 8,5%/ປີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ສະເໜີວ່າ:

ເພື່ອຜັນຂະຫຍາຍການປະຕິບັດແຜນຜັງ ໃຫ້ປະສົບຜົນສຳເລັດນັ້ນ, ຮຽກຮ້ອງໃຫ້ແຂວງຕ້ອງສືບຕໍ່ປົວແປງປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ, ຈຸດສຸມແມ່ນສ້າງບາດກ້າວບຸກທະລຸໃນການປະຕິຮູບລະບຽບການບໍລິຫານ, ຫັນການປະຕິບັດລະບຽບການເປັນງ່າຍດາຍ, ສ້າງອຳນາດການປົກຄອງເອເລັກໂຕນິກ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງລຸລ່ວງ, ປອດໄສ, ມີຄວາມສະເໝີພາບ, ດຶງດູດບັນດານັກລົງທຶນຢ່າງແທ້ຈິງ. ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ວິສາຫະກິດທີ່ເຂົ້າຮ່ວມການຜັນຂະຫຍາຍປະຕິບັດແຜນຜັງຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ