ສູ້​ຊົນ​ຮອດ​ປີ 2025 ​ສືບ​ຕໍ່ຫຼຸດ​ຜ່ອນ​ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກ ແລະ ໃກ້​ທຸກ​ຍາກ

(VOVWORLD) - ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍ, ໂຄງການບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນເບື້ອງຕົ້ນ ຄືອັດຕາຫຼຸດຜ່ອນຄອບຄົວທຸກຍາກໃນແຕ່ລະປີລ້ວນແຕ່ຫຼຸດລົງ ແລະ ລື່ນກາຍຄາດໝາຍ ທີ່ໄດ້ວາງອອກໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ສູ້​ຊົນ​ຮອດ​ປີ 2025 ​ສືບ​ຕໍ່ຫຼຸດ​ຜ່ອນ​ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກ ແລະ ໃກ້​ທຸກ​ຍາກ - ảnh 1ທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 17 ພະຈິກ, ກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025  ທີ່ໄດ້ເນີນຢູ່ ລາວກາຍ. ກອງປະຊຸມໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຈັດຂຶ້ນ. ຕີລາຄາຢູ່ກອງປະຊຸມໄດ້ຢັ້ງຢືນວ່າ ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍ, ໂຄງການບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນເບື້ອງຕົ້ນ ຄືອັດຕາຫຼຸດຜ່ອນຄອບຄົວທຸກຍາກໃນແຕ່ລະປີລ້ວນແຕ່ຫຼຸດລົງ ແລະ ລື່ນກາຍຄາດໝາຍ ທີ່ໄດ້ວາງອອກໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ຄາດໝາຍໂດຍສະພາແຫ່ງຊາດ ແລະ ລັດຖະບານມອບໝາຍໃຫ້. ທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ບັນລຸໄດ້ ບັນດາມຄາດໝາຍທີ່ໄດ້ວາງອອກ. ປະຊາຄົມສາກົນ ຢັ້ງຢືນວ່າ ຫວຽດນາມແມ່ນຈຸດພົ້ນເດັ່ນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີ ປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກຫຼາຍຂົ້ວ, ກວມເອົາ, ຍືນຍົງ. ທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ໄດ້ມານະພະຍາຍາມທີ່ສຸດ, ສຸມໃສ່ແກ້ໄຂວຽກງານຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດໃຈກາງທຸກຍາກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ. ໄປຄຽງຄູ່ກັນນັ້ນ, ຄວາມຮັບຮູ້ຂອງປະຊາຊົມີການປ່ຽນແປງ, ໄລຍະຜ່ານມາຫຼາຍທ້ອງຖິ່ນ ມີ ຮ້ອຍຄອບຄົວ ໄດ້ບືນຕົວຂຶ້ນອອກຈາກຄວາມທຸກຍາກດ້ວຍຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ