ສູນ​ກາງ​ຄ​ະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ເປີດ​ຕົວ ແຜນ​ທີ່​ບັນ​ດາສະ​ຖານ​ທີ່​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ທົ່ວ​ປະ​ເທດ

(VOVWORLD) -ສູນກາງຄະນະຊາວໜຸ່ມ ໄດ້ສ້າງ ແລະ ເປີດຕົວແຜນທີ່ບັນດາສະຖານທີ່ສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ ຢູ່ ເວັບໄຊ: bandotiemchung.doanthanhnien.vn. ນີ້ແມ່ນເຄື່ອງມືທີ່ຊ່ວຍໃຫ້ປະຊາຊົນຊອກຫາ ແລະ ຄັດເລືອກໄດ້ສະຖານທີ່ສັກວັກຊິນທີ່ເໝາະສົມ.

ສູນ​ກາງ​ຄ​ະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ເປີດ​ຕົວ ແຜນ​ທີ່​ບັນ​ດາສະ​ຖານ​ທີ່​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ທົ່ວ​ປະ​ເທດ - ảnh 1ພາບປະກອບ: tienphong.vn

ໃນແຜນທີ່, ປະຊາຊົນສາມາດຊອກຫາບັນດາສະຖານທີ່ສັກວັກຊິນທີ່ໃກ້ກັບບ່ອນຢູ່ຂອງຕົນໄດ້ຢ່າງງ່າຍດາຍ. ແຜນທີ່ຍັງສະຖິຕິບັນດາສະຖານທີ່ທີ່ມີຄົນຫຼາຍ, ມີຄົນໜ້ອຍ ເພື່ອຊ່ວຍໃຫ້ປະຊາຊົນຄັດເລືອກສະຖານທີ່ສັກວັກຊິນທີ່ເໝາະສົມ.

ເພື່ອໜູນຊ່ວຍໃຫ້ແກ່ຍຸດທະສາດສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ, ຄະນະເລຂາສູນການຄະນະຊາວໜຸ່ມ ໄດ້ປະກາດໃຊ້ ແຜນການ “ຈັດຕັ້ງການໜູນຊ່ວຍຍຸດທະສາດສັກວັກຊິນກັນໂຄວິດ - 19 ປີ 2021 - 2022”.

ມາຮອດປັດຈຸບັນ, ຄະນະຊາວໜຸ່ມທຸກຂັ້ນໃນທົ່ວປະເທດ ໄດ້ສ້າງຕັ້ງກ່ວາ 4.700 ກຸ່ມໄປເຜີຍແຜ່ໂຄສະນາ, ຂົນຂວາຍປະຊາຊົນ ຕິດຕັ້ງ ແລະ ນຳໃຊ້ “ປຶ້ມຄູ່ມືສຸຂະພາບເອເລັກໂຕນິກ” ເພື່ອຄຸ້ມຄອງການເຄື່ອນໄຫວສັກວັກຊິນສ່ວນຕົວ, ມີກ່ວາ 2.200 ກຸ່ມໜູນຊ່ວຍການສັກວັກຊິນກັນໂຄວິດ - 19. ວຽກງານລະດົມແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ຍຸດທະສາດພວມໄດ້ບັນດາຫົວໜ່ວຍເປັນເຈົ້າການໃນການຜັນຂະຫຍາຍຢ່າງມີປະສິດທິຜົນດ້ວຍຍອດມຸນຄ່າຫຼາຍກ່ວາ 23 ຕື້ດົ່ງ, ໃນນັ້ນມີບັນດາອຸປະກອນການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ