ສິນຄ້າ ຫວຽດນາມ ໄດ້ຮັບການຕີລາຄາສູງທີ່ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳ ສາກົນ Artigiano (ອີຕາລີ)

(VOVWORLD) - ຕະໜາດນັດມີບັນດາຜະລິດຕະພັນຂອງຫຼາຍວິສາຫະກິດຜະລິດເຄື່ອງສິລະປະຫັດຖະກຳທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບທີ່ມາຈາກ ຮ່າໂນ້ຍ (ປະເທດ ຫວຽດນາມ).
ສິນຄ້າ ຫວຽດນາມ ໄດ້ຮັບການຕີລາຄາສູງທີ່ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳ ສາກົນ Artigiano (ອີຕາລີ) - ảnh 1
ຮ້ານວາງສະແດງຂອງ ຫວຽດນາມ ຢູ່ງານວາງສະແດງ
(ພາບ: Dương Hoa/Pv TTXVN tại Italy)

ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳ ສາກົນ Artigiano ຄັ້ງທີ 27 ຖືກຈັດຂຶ້ນຢູ່ ນະຄອນ ມີລານ, ປະເທດ ອີຕາລີ, ໃນລະຫວ່າງວັນທີ 2 – 10 ທັນວາ. ງານຕະຫຼາດນັດມີການເຂົ້າຮ່ວມຂອງເກືອບ 2.600 ວິສາຫະກິດທີ່ມາຈາກ 86 ປະເທດ, ໃນນັ້ນມີວິສາຫະກິດ ຫວຽດນາມ.

        ຕະໜາດນັດມີບັນດາຜະລິດຕະພັນຂອງຫຼາຍວິສາຫະກິດຜະລິດເຄື່ອງສິລະປະຫັດຖະກຳທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບທີ່ມາຈາກ ຮ່າໂນ້ຍ (ປະເທດ ຫວຽດນາມ). ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງແມ່ນເຄື່ອງປະດັບ, ຂອງຂວັນທີ່ລະນຶກ, ເຄື່ອງໃຊ້ໃນຄົວເຮືອນເຮັດດ້ວຍໄມ້ໄຜ່, ໝາກພ້າວ, ໄມ້… ນອກຈາກນັ້ນ, ວິສາຫະກິດບາງແຫ່ງຂອງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດແບບເອກະລາດ, ຂາຍບັນດາຜະລິດຕະພັນຄື: ໝາກໄມ້ແຫ້ງ, ຊາສະໝູນໄພ…

ຕອບກັບ

ຂ່າວ/ບົດ​ອື່ນ