ສັນຍາ CPTPP ໄດ້ລົງນາມຢູ່ຈີເລຢ່າງເປັນທາງການ

(VOVWORLD) -ຮຸ່ງເຊົ້າວັນທີ 09 ມີນາ (ຕາມເວລາຫວຽດນາມ), ພິທີລົງນາມໃນສັນຍາການຄ້າຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຖືກດຳເນີນຢູ່ນະຄອນຫຼວງ Santiago ປະເທດ ຈີເລ
ສັນຍາ CPTPP ໄດ້ລົງນາມຢູ່ຈີເລຢ່າງເປັນທາງການ - ảnh 1 (ສັນຍາ CPTPP ໄດ້ລົງນາມຢູ່ຈີເລຢ່າງເປັນທາງການ)

ພາຍໃຕ້ການເປັນປະທານຂອງທ່ານນາງປະທານາທິບໍດີປະເທດເຈົ້າພາບ Michelle Bachelet. ເຂົ້າຮ່ວມພິທີລົງນາມມີຜູ້ຕາງໜ້າຂອງ 11 ປະເທດ ລວມມີ: ອົດສະຕາລີ, ບຣຸໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນຕ໋ວນແອງ ໄດ້ເຂົ້າຮ່ວມພິທີລົງນາມ.

        ຂໍ້ຕົກລົງການຄ້າເສລີທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ CPTPP ໄດ້ເລີ່ມເຄື່ອນໄຫວກ່ອນນີ້ 1 ປີ, ພາຍຫຼັງທີ່ອາເມລິກາ ຖອກຕົວອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ເລື່ອງ CPTPP ໄດ້ຮັບການລົງນາມຢ່າງເປັນທາງການ ຈະສ້າງຄວາມສະດວກໃຫ້ແກ່ການຊຸກຍູການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳຕື່ມອີກ, ຫຼຸດຜ່ອນຄວາມອຶດຫິວ ທຸກຍາກ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນບັນດາປະເທດສະມາຊິກ. CPTPP ດ້ວຍຄຳໝັ້ນສັນຍາເປີດປະຕູຕະຫຼາດ, ແມ່ນສານຕ້ານທ່າອ່ຽງອາລັກຂາໃນປະຈຸບັນໃນໂລກຢ່າງແຮງ ກໍຄືຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຫຼາຍຢ່າງໃຫ້ແກ່ 11 ປະເທດ.

        ພາຍຫຼັງພິທີລົງນາມໃນສັນຍາ CPTPP ຢ່າງເປັນທາງການ, ຜູ້ຕາງໜ້າ 11 ປະເທດໄດ້ເຂົ້າຮ່ວມການລົງນາມໄດ້ເຂົ້າຮ່ວມການປະຊຸມຂ່າວປະກາດຂໍ້ມູນກ່ຽວກັບໝາກຜົນການລົງນາມ ກໍຄືທິດກ້າວເດີນໃນອະນາຄົດ ພາຍຫຼັງສັນຍາມີຜົນສັກສິດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ