ສັນ​ຍານ​ທີ່​ຕັ້ງ​ໜ້າ​ພາຍຫຼັງ​ການ​ເຈ​ລະ​ຈາ​ຄັ້ງໃໝ່​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ຂອງ ອີ​ຣານ

(VOVWORLD) -ມີທັດສະນະເຊັ່ນດຽວກັນກັບ ຜູ້ຕາງໜ້າ ລັດເຊຍ, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈາດ້ານນິວເຄຼຍ ອີຣານ ກໍ່ສະແດງຄວາມປະເອີບໃຈກ່ຽວກັບບັນດາການພົບປະຄັ້ງທຳອິດທີ່ໄດ້ດຳເນີນໃນວັນທີ 29 ພະຈິກ. 
ສັນ​ຍານ​ທີ່​ຕັ້ງ​ໜ້າ​ພາຍຫຼັງ​ການ​ເຈ​ລະ​ຈາ​ຄັ້ງໃໝ່​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ຂອງ ອີ​ຣານ - ảnh 1ບັນດາຝ່າຍເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການຮ່ວມ ກ່ຽວກັບ JCPOA (ພາບ: Twitter)

ວັນທີ 29 ພະຈິກ, ທ່ານ Mikhail Ulyanov ເອກອັກຄະລັດຖະທູດ ຂອງ ລັດເຊຍ ປະຈຳບັນດາອົງການຈັດຕັ້ງສາກົນ ຢູ່ວຽນນາ (ປະເທດ ໂອຕາລິດ) ໃຫ້ຮູ້ວ່າ ບັນດາການພົບປະຄັ້ງທຳອິດ ໃນຮອບເຈລະຈາຄັ້ງໃໝ່ ເພື່ອແນໃສ່ເປົ້າໝາຍເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍກັບ ອີຣານ ຄືນໃໝ່, ຫຼືເອີ້ນວ່າ ແຜນການເຄື່ອນໄຫວລວມຢ່າງຮອບດ້ານ, ໄດ້ສິ້ນສຸດລົງ ແລະ ມີການເລີ່ມຕົ້ນຢ່າງສຳເລັດຜົນ. ບັນດາຝ່າຍເຂົ້າຮ່ວມໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາຂັ້ນຕອນຕໍ່ໄປໃນທັນທີ.

ມີທັດສະນະເຊັ່ນດຽວກັນກັບ ຜູ້ຕາງໜ້າ ລັດເຊຍ, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈາດ້ານນິວເຄຼຍ ອີຣານ ກໍ່ສະແດງຄວາມປະເອີບໃຈກ່ຽວກັບບັນດາການພົບປະຄັ້ງທຳອິດທີ່ໄດ້ດຳເນີນໃນວັນທີ 29 ພະຈິກ. ຕາມເຈົ້າໜ້າທີ່ທ່ານນີ້ ແລ້ວ, ບັນດາຝ່າຍເຂົ້າຮ່ວມການເຈລະຈາຄັ້ງຫຼ້າສຸດໄດ້ເຫັນດີວ່າ ໂຄງການດຳເນີນງານນີ້ ຈະສຸມໃສ່ເຂົ້າໃນການຍົກເລີກຄຳສັ່ງລົງໂທດ ຕໍ່ອີຣານ.

ກ່ອນໜ້ານັ້ນ, ການເຈລະຈາຄັ້ງຫຼ້າສຸດ ຂອງ ຄະນະກຳມະການລວມມີ ອີຣານ, ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະ ເຢຍລະມັນ ຕາມແຜນການຈະດຳເນີນຢູ່ ນະຄອນຫຼວງ ວຽນນາ, ປະເທດ ໂອຕາລິດ. ການເຈລະຈາຄັ້ງນີ້ເພື່ອແນໃສ່ຟື້ນຟູ JCPOA ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນີ້ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ