ສັນຕະປະປາ Benedict XVI ຕຳນິຕິຕຽນຄຳສັ່ງຂວ້ຳບາດ ຂອງ ອາເມລິກາ ຕໍ່ກູບາ

ສັນຕະປະປາ Benedict XVI  ຕຳນິຕິຕຽນຄຳສັ່ງຂວ້ຳບາດ    ຂອງ ອາເມລິກາ ຕໍ່ກູບາ - ảnh 1
ສັນ​ຕະປະ​ປາ Benedict XVI ພົບປະກັບ ຜູ້ນຳ Fidel Castro
ພາບ:internet

(vovworld) - ວັນ​ທີ 28/3 ກ່ອນ​ເດີນທາງ​ອອກ​ຈາກ ກູ​ບາ ພາຍຫລັງ​ຢູ່​ຢ້ຽມຢາມ​ມາ​ເປັນ​ເວລາ 2 ວັນ, ສັນ​ຕະປະ​ປາ Benedict XVI ​ໄດ້​ຄັດຄ້ານ​ຢ່າງ​ຮຸນແຮງ​ຕໍ່ຄຳ​ສັ່ງ​ຂວ້ຳ​ບາດ​ເສດຖະກິດກູ​ບາຂອງ​ອາ​ເມ​ລິ​ກາ​​ທີ່​ແກ່ຍາວ​ເກືອບ​ເຄິ່ງສັດຕະວັດ​ຜ່ານ​ມາ. ສັນ​ຕະປະ​ປາ ຖື​ວ່າ: ບັນດາ​ມາດ​ຕະການ​ຂວ້ຳ​ບາດ​ນີ້​ແມ່ນການ​ກະທຳ​ທີ່​ໄຮ້​ເຫດຜົນ​ ​ສຳລັບ​ປະຊາຊົນ​ກູ​ບາ. ​ແລະ​ກໍ​​ໃນ​ຕອນ​ເຊົ້າ​ວັນ​ທີ 28/3, ສັນ​ຕະປະ​ປາ Benedict XVI  ​ໄດ້​ມີ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ຜູ້ນຳ ກູບ​າ Fidel Castro ຢູ່​ສຳ​ນັກ​ງານ Vatican ທີ່ ນະຄອນຫລວງ ລາ​ຮາ​ວານ, ​ໃນ​ນັ້ນ ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່ ຊຶ່ງ​ມວນ​ມະນຸດ​ພວມ​ປະ​ເຊີນ​ຫນ້າ. ການ​ພົບ​ປະລະ​ຫວ່າງ ສັນ​ຕະປະ​ປາ Benedict XVI ​ແລະ ຜູ້ນຳ Fidel Castro ດຳ​ເນີນ​ໄປ​ພາຍຫລັງ​ຜູ້ນຳສຳນັກງານ Vatican ​ເປັນ​ເຈົ້າພາບ​ພິທີ​ສວດ​ມົນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ສາສະ​ນີກະ​ຊົນ ​ແລະ ປະຊາຊົນ​ກູ​ບາກ​ວ່າ 300.000 ຄົນ ຢູ່ ສະຫນາມ​ຫລວງ​ປະຕິວັດ.

ນັກ​ຂ່າວ vov  ປະຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ