ສັນ​ທະ​ປະ​ປາ Francis ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​​​ຄັ້ງຕ່າງ​ໆ​ທີ່ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໂລກ

(VOVWORLD) -ສັນທະປະປາ ໄດ້ສົ່ງຄຳແບ່ງເບົ່າຄວາມເສົາສະຫຼົດໃຈມາຍັງຍາດຕິພີ່ນ້ອງຢູ່ປະສົບເຄາະຮ້າຍ ແລະ ເລັ່ງໃຫ້ບັນດາພາກສ່ວນຫົວຮຸນແຮງຍົກເລີກການໃຊ້ຄວາມຮຸນແຮງແບບນີ້.
ສັນ​ທະ​ປະ​ປາ Francis ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​​​ຄັ້ງຕ່າງ​ໆ​ທີ່ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໂລກ - ảnh 1ສັນທະປະປາ Francis  ໃນພິທີສວມມົນພາວະນາຢູ່ ສຳນັກວາຕີກັງ (ພາບ:  AFP/TTXVN)

ວັນທີ 17 ຕຸລາ, ສັນທະປະປາ Francis ໄດ້ກ່າວປະນາມການບຸກໂຈມຕີຄັ້ງຕ່າງໆ ທີ່ເກີດຂຶ້ນໃນອາທິດຜ່ານມາຢູ່ ນອກແວ, ອາບການິດສະຖານ ແລະ ອັງກິດ ໄດ້ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ. ໃນພິທີສວມມົນພາວະນາຢູ່ ສຳນັກວາຕີກັງ, ສັນທະປະປາ ໄດ້ສົ່ງຄຳແບ່ງເບົ່າຄວາມເສົາສະຫຼົດໃຈມາຍັງຍາດຕິພີ່ນ້ອງຢູ່ປະສົບເຄາະຮ້າຍ ແລະ ເລັ່ງໃຫ້ບັນດາພາກສ່ວນຫົວຮຸນແຮງຍົກເລີກການໃຊ້ຄວາມຮຸນແຮງແບບນີ້.

ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 41 ຄົນ ແລະ ຜູ້ຮັບບາດເຈັບ 70 ຄົນ ໃນເຫດບຸກໂຈມຕີສະຫຼະຊີບຢູ່ໂບດອິດສະລາມແຫ່ງໜຶ່ງຢູ່ ນະຄອນ Kandahar ຂອງ ອາບການິດສະຖານ ໃນວັນທີ 15 ຕຸລາ. ບັນດາມືປືນຂອງອົງການກໍ່ການຮ້າຍ IS ໄດ້ປະກາດເປັນຕົວການດຳເນີນການບຸກໂຈມຕີດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ