ສັນທະປະປາ Francis ສະແດງຄວາມເຈັບປວດຕໍ່ເຫດເຮືອຂົນສົ່ງຊາວອົບພະຍົບຫຼົ້ມຢູ່ ເກຼັກ

(VOVWORLD) - ແຕ່ຍັງບໍ່ທັນໄດ້ຢັ້ງຢືນຈຳນວນຄົນໃນເຮືອລຳນັ້ນ ເທື່ອ. ຄາດຄະເນວ່າ ຈະມີເຖິງ 400 ຄົນ, ຊ້ຳບໍ່ໜຳອາດມີເຖິງ 750 ຄົນໃນເຮືອຫາປາລຳດັ່ງກ່າວ.
ສັນທະປະປາ Francis ສະແດງຄວາມເຈັບປວດຕໍ່ເຫດເຮືອຂົນສົ່ງຊາວອົບພະຍົບຫຼົ້ມຢູ່ ເກຼັກ - ảnh 1ບັນດາຜູ້ລອດຊີວິດໃນເຫດເຮືອຫຼົ້ມ
(ພາບ:AFP/TTXVN)

ວັນທີ  18 ມິຖຸນາ, ສັນທະປະປາ Francis ໄດ້ສະແດງຄວາມເຈັບປວດ ຕໍ່ເຫດເຮືອ ສົ່ງຊາວອົບພະຍົບຫຼົ້ມຢູ່ ເກຼັກ ໃນວັນທີ 14 ມິຖຸນາ ຜ່ານມາ, ເຮັດໃຫ້ມີຢ່າງໜ້ອຍສຸດ 78 ຄົນເສຍຊີວິດ. ສັນທະປະປາ ໄດ້ສວດມົນພາວະນາໃຫ້ບັນດາຜູ້ປະສົບເຄາະຮ້າຍ ແລະ ຫວັງວ່າ ຈະມີບັນດາການກະທຳສະກັດກັ້ນເພື່ອບໍ່ໃຫ້ໂສກນາດຕະກຳທີ່ຄ້າຍຄືກັນນີ້ເກີດຂຶ້ນ.

        ປະຈຸບັນ, ພວມເກີດຄວາມວິຕົກວັງວົນ ກ່ຽວກັບຈຳນວນຜູ້ເສຍຊີວິດໃນເຫດເຮືອຫຼົ້ມນີ້ຈະສືບຕໍ່ເພີ່ມຂຶ້ນເປັນຈຳນວນນັບຮ້ອຍຄົນ. ແຕ່ຍັງບໍ່ທັນໄດ້ຢັ້ງຢືນຈຳນວນຄົນໃນເຮືອລຳນັ້ນ ເທື່ອ. ຄາດຄະເນວ່າ ຈະມີເຖິງ 400 ຄົນ, ຊ້ຳບໍ່ໜຳອາດມີເຖິງ 750 ຄົນໃນເຮືອຫາປາລຳດັ່ງກ່າວ. ເຮືອລຳນັ້ນບັນທຸກຈຳນວນຄົນເກີນກຳນົດ ແລະ ຫຼົ້ມຢູ່ເຂດທະເລນ້ຳເລິກ, ໃນຂະນະທີ່ບໍ່ມີໃຜນຸ່ງເສື້ື້ອຊູຊີບໃນເວລາເກີດເຫດ.  

        ອຳນາດການປົກຄອງ ເກຼັກ ໄດ້ແຈ້ງໃຫ້ຮູ້ວ່າ ມີຜູ້ເຄາະດີ 104 ຄົນທີ່ລອດຊີວິດ ແລະ ໄດ້ຊອກເຫັນຊາກສົບຂອງ 78 ຄົນ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີນັບຮ້ອຍຄົນຖືກຫາຍສາບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ