ສັນທະປະປາ Francis ຮຽກຮ້ອງຢຸດຕິການປະທະກັນໃນສານອວຍພອນວັນບຸນ ຄຼິດສະມາດ

(VOVWORLD) - ສັນທະປະປາ Francis ອາຍຸ 86 ປີ ໄດ້ເວົ້າເຖິງປະຊາຊົນ ຢູແກຼນ ພວມຕ້ອງຜ່ານຜ່າວັນບຸນ ຄຼິດສະມາດ “ໃນຄວາມມືດມົວ, ໜາວຈັດ ແລະ ໄກບ້ານ”, ພ້ອມທັງສະແດງຄວາມເສຍໃຈ ໃນຂະນະທີ່ທຸກຄົນສືບຕໍ່ຕ້ອງປະເຊີນໜ້າກັບການປະທະກັນ.
ສັນທະປະປາ Francis ຮຽກຮ້ອງຢຸດຕິການປະທະກັນໃນສານອວຍພອນວັນບຸນ ຄຼິດສະມາດ - ảnh 1ສັນທະປະປາ Francis (ພາບ:AP)

ໃນສານອວຍພອນວັນບຸນ ຄຼິດສະມາດທີ່ເປັນມູນເຊື້ອ, ວັນທີ 25 ທັນວາ, ສັນທະປະປາ Francis ໄດ້ຮຽກຮ້ອງຢຸດຕິບັນດາການປະທະກັນຢູ່ ຢູແກຼນ ແລະ ສະຖານທີ່ຕ່າງໆໃນໂລກ, ພ້ອມທັງເນັ້ນໜັກວ່າ ໂລກພວມຕ້ອງການມີສັນຕິພາບ.

        ສັນທະປະປາ Francis ອາຍຸ 86 ປີ ໄດ້ເວົ້າເຖິງປະຊາຊົນ ຢູແກຼນ ພວມຕ້ອງຜ່ານຜ່າວັນບຸນ ຄຼິດສະມາດ “ໃນຄວາມມືດມົວ, ໜາວຈັດ ແລະ ໄກບ້ານ”, ພ້ອມທັງສະແດງຄວາມເສຍໃຈ ໃນຂະນະທີ່ທຸກຄົນສືບຕໍ່ຕ້ອງປະເຊີນໜ້າກັບການປະທະກັນ. ສັນທະປະປາ Francis ກໍ່ສົ່ງຄຳອວຍພອນວັນບຸນ ຄຼິດສະມາດ, ຮຽກຮ້ອງຕ້ອງມີການຊ່ວຍເຫຼືອບັນດາຜູ້ບໍ່ມີເຮືອນຊານບ້ານຊ່ອງ, ຜູ້ອົບພະຍົບ, ລີ້ໄພ, ບັນດາຜູ້ທຸກຍາກທີ່ພວມຕ້ອງດິ້ນລົນເພື່ອມີຂອງກິນ, ຄວາມອົບອຸ່ນ. ສັນທະປະປາ ກ່າວເຕືອນວ່າ ວິກິດການທີ່ແກ່ຍາວໃນຮອບເວລາ 10 ເດືອນຜ່ານມາ ຢູ່ ຢູແກຼນ ພວມເຮັດໃຫ້ສະພາບຂາດແຄນສະບຽບອາຫານໃນທົ່ວໂລກຮ້າຍແຮງຂຶ້ນຕື່ມ, ພິເສດແມ່ນຢູ່ ອາບການິດສະຖານ ແລະ ບັນດາປະເທດເຂດ ອາບຟຣີກາ ຕາເວັນອອກສ່ຽງເໜືອ.

        ສັນທະປະປາ Francis ເນັ້ນໜັກຕ້ອງເອົາໃຈໃສ່ເຖິງປະຊາຊົນທັງຜູ້ພວມຕ້ອງປະເຊີນໜ້າກັບການປະທະກັນ ແລະ ວິກິດການມະນຸດສະທຳອື່ນໆ, ຄືຢູ່ ຊີຣີ, ໄຮຕີ ຫຼື ເຂດ Sahel ຂອງ ອາບຟຣີກາ. ສານໃນໂອກາດວັນບຸນ ຄຼິດສະມາດຂອງສັນທະປະປາ ກໍ່ຮຽກຮ້ອງເຊື່ອມຕໍ່ການເຈລະຈາລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ