ສັນ​ທະ​ປະ​ປາ ເນັ້ນ​ໜັກ​ສານ​ແຫ່ງ​ສັນ​ຕິ​ພາບ​ໃນພິ​ທີ​ສວດ​ມົນພາ​ວະ​ນາ ​ຄຼິດ​ສະ​ມາດ

(VOVWORLD) -  ໃນສານສົ່ງເຖິງຜູ້ເຊື່ອຖື່ສາສະໜາຄຼິດ ເນື່ອງໃນໂອກາດວັນບຸນ ຄຼິດສະມາດ, ສັນທະປະປາ Francis  ໄດ້ເນັ້ນໜັກວ່າ ສັນຕິພາບ ຕ້ອງໄດ້ສ້າງຕັ້ງຄືນໃໝ່ຢູ່ຫຼາຍບ່ອນໃນໂລກ, ພິເສດແມ່ນຢູ່ເຂດດິນແດນທີ່ສັກສິດ Bethlehem, ເຊິ່ງເປັນບ່ອນທີ່ ພະ ເຢຊູ ກຳເນີດຂຶ້ນ.
ສັນ​ທະ​ປະ​ປາ ເນັ້ນ​ໜັກ​ສານ​ແຫ່ງ​ສັນ​ຕິ​ພາບ​ໃນພິ​ທີ​ສວດ​ມົນພາ​ວະ​ນາ ​ຄຼິດ​ສະ​ມາດ - ảnh 1 ສັນທະປະປາ Francis ດຳເນີນພິທີກຳທາງສາສະໜາຄຼິດ ໃນວັນທີ 24 ທັນວາ (ພາບ: Vatican Media)

ພິທີສວດມົນພາວະນາທີ່ເປັນປະເພນີໃນຄ່ຳຄືນຄຼິດສະມາດ ໃນວັນທີ 24 ທັນວາ ໄດ້ດຳເນີນຢູ່ໂບດ St Peter's Basilica ຢູ່ສຳນັກວາຕີກັງ, ພາຍໃຕ້ການເປັນປະທານຂອງສັນທະປະປາ Francis ແລະ ມີການເຂົ້າຮ່ວມຂອງຊາວຄຼິດຫຼາຍກວ່າ 6.500 ຄົນ.

        ສັນທະປະປາ Francis ຖືວ່າ ຄວາມໝາຍຢ່າງແທ້ຈິງຂອງວັນບຸນ ຄຼິດສະມາດ, ວັນສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພະ ເຢຊູ ແມ່ນກ່ຽວກັບຄວາມຮັກ ແລະ ສັນຕິພາບ. ສັນທະປະປາ ຕຳໜິຕິຕຽນບັ້ນຕໍ່ສູ້ຕ່າງໆໃນໂລກປັດຈຸບັນ, ພິເສດແມ່ນການປະທະກັນຢູ່ເຂດດິນແດນທີ່ສັກສິດ Bethlehem ນັ້ນ ແມ່ນສິ່ງທີ່ “ບໍ່ມີຄວາມໝາຍ” ແລະ ມວນມະນຸດຕ້ອງຮັກແພງກັນ ເພື່ອປ່ຽນແປງ. ກ່ອນໜ້ານັ້ນ, ໃນບົດພາວະນາໃນຕອນບ່າຍວັນທີ 24 ທັນວາ ທີ່ໄດ້ອ່ານຕໍ່ຊາວຄຼິດຢູ່ສະໜາມຫຼວງ St Peter's Basilica, ສັນທະປະປາກໍໄດ້ສົ່ງສານກ່ຽວກັບສັນຕິພາບເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ