ສູນວິທະຍາສາດຊຸກຍູ້ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດແຫ່ງຊາດ

(VOVWORLD) - ແຕ່ວັນ 19 – 21 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ຈະດຳເນີນກອງປະຊຸມປະຈຳປີຂອງສະຫະສະມາຄົມບັນດາສູນວິທະຍາສາດ ອາຊີ ຄັ້ງທີ 21 (ASPA 21). 
ສູນວິທະຍາສາດຊຸກຍູ້ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດແຫ່ງຊາດ - ảnh 1 ການປະຊຸມຂ່າວໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ

ກອງປະຊຸມປະຈຳປີ ASPA ແມ່ນເຫດການພົ້ນເດັ່ນທີ່ສຸດຂອງສະຫະສະມາຄົມບັນດາສູນວິທະຍາສາດ ອາຊີ ປະຈຳປີ, ເຕົ້າໂຮມບັນດານັກຄຸ້ມຄອງບັນດາສູນວິທະຍາສາດ - ເຂດເຕັກໂນໂລຢີສູງ, ນັກວິທະຍາສາດມີອິດທິພົນຊື່ສຽງ ແລະ ການນຳຂັ້ນສູງຂອງບັນດາອົງການວິທະຍາສາດ - ເຕັກໂນໂລຢີໃນພາກພື້ນ ອາຊີ ແລະ ໂລກ. ຄາດວ່າ, ມີເກືອບ 30 ບົດປະກອບຄວາມເຫັນໄດ້ນຳສະເໜີຈາກບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ. ປອ ເລຮ່ວາຍກວກ, ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດມີຄວາມເອົາໃຈໃສ່ມາເຂົ້າຮ່ວມເພື່ອເຫັນໄດ້ທ່າອ່ຽງການພັດທະນາ ແລະ ບັນດາວິສາຫະກິດມີໂອກາດເພື່ອພົບປະກັນ, ຊອກຫາກາລະໂອກາດລົງທຶນເພື່ອສາມາດຖ່າຍທອດເຕັກໂນໂລຢີ ຫຼື ຮ່ວມມືລົງທຶນການຄ້າ ບັນດາຜະລິດຕະພັນໃໝ່. ນີ້ຍັງແມ່ນໂອກາດເພື່ອໃຫ້ປະເທດເຈົ້າພາບແນະນຳບັນດາຜະລິດຕະພັນໃໝ່ຂອງຕົນ ແລະ ຊອກຫາກາລະໂອກາດຮ່ວມມືສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ