ສິ້ນສຸດກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການກົດໝາຍສາກົນ ILC

(VOVWORLD) -ກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການກົດໝາຍສາກົນ (ILC) ຂຶ້ນກັບສະຫະປະຊາຊາດ ໄດ້ດຳເນີນຢູ່ເຊີແນວ, ປະເທດສະວິດ ໃນລະຫວ່າງວັນທີ 02 ກໍລະກົດ ຫາວັນທີ 10 ສິງຫາ 2018 ໄດ້ສິ້ນສຸດລົງ.

ສິ້ນສຸດກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການກົດໝາຍສາກົນ ILC - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ທີ່ກອງປະຊຸມຄັ້ງນີ້, ຄະນະກຳມະການໄດ້ຮັບຮອງເອົາຮ່າງກົດໝາຍທຸກສະບັບກ່ຽວກັບຂໍ້ຕົກລົງ ແລະ ພຶດຕິກຳຕົວຈິງກ່ຽວຂ້ອງເຖິງເລື່ອງອະທິບາຍສົນທິສັນຍາສາກົນ ແລະ ກຳນົດຮູບແບບກົດໝາຍຮີດຄອງປະເພນີສາກົນ ພ້ອມກັບບັນດາຄຳວິຈານຕິດພ້ອມ. ເອກະສານ 2 ສະບັບດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອອອກມະຕິຮັບຮອງເອົາແມ່ນເອກະສານທາງການໃຫ້ບັນດາປະເທດ, ບັນດານັກສ້າງກົດໝາຍນຳໃຊ້. ນີ້ແມ່ນເອກະສານ 2 ສະບັບໃຫຍ່, ປະກອບສ່ວນສ້າງກົດໝາຍສາກົນໃຫ້ສົມຮູບແບບ. ໂດຍເປັນກຽດທີ່ໄດ້ຮັບການເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງ ILC ທີ່ກອງປະຊຸມຄັ້ງນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ, ຜູ້ຕາງໜ້າຫວຽດນາມ ຄົນທຳອິດກາຍເປັນສະມາຊິກ ILC ໄດ້ຕັ້ງໜ້າເສີມຂະຫຍາຍບົດບາດເປັນເຈົ້າການ, ປະກອບສ່ວນຫຼາຍພໍສົມຄວນໃຫ້ວຽກງານລວມຂອງຄະນະກຳມະການ. ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງໃນການກວດກາເອກະສານ, ສະເໜີແນະບາງຈຸດປ່ຽນແປງເຊິ່ງໄດ້ຮັບການຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ